Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ເມືອງແກ່ນທ້າວ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເສຍຫາຍ 3,8 ຕື້ກວ່າກີບ

ຕາາມການລາຍງານຂອງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງແກ່ນທ້າວ ແຂວງໄຊຍະບູລີ ລາຍງານວ່າ: ເມື່ອບໍ່ດົນນີ້ໃນລະຫວ່າງວັນທີ 13-20 ກັນຍາ ຜ່ານມາ ມີຝົນຕົກໜັກເຮັດໃຫ້ນໍ້າຖ້ວມເນື້ອທີ່ທໍາການຜະລິດ, ສິ່ງປຸກສ້າງຂອງປະຊາຊົນ, ເສັ້ນທາງ ແລະ ຂົວຢູ່ພາຍໃນເມືອງຖືກນໍ້າໄຫລຊຸຈົນຂາດ​ ພາຍໃນເມືອງແກ່ນທ້າວ ສ້າງຄວາມເສຍຫາຍ ລວມມູນຄ່າເບື້ອງຕົ້ນ 3,8 ຕື້ກວ້າກີບກີບ.

ສຳລັບ ບ້ານທີ່ຖືກຜົນກະທົບ ມີ 19 ບ້ານ 480 ກວ່າຄອບຄົວ ໂດຍກະທົບຕໍ່ສິ່ງປຸກສ້າງ 30 ຄອບຄົວ, ເຮືອນ 30 ຫລັງ, ປະເມີນມູນຄ່າເສຍຫາຍເບື້ອງຕົ້ນ 126 ລ້ານກວ່າກີບ, ຜົນກະທົບຕໍ່ເນື້ອທີ່ທໍາການຜະລິດ 440 ກວ່າຄອບຄົວ, ເນື້ອທີ່ເສຍຫາຍ 130 ກວ່າເຮັກຕາ

ປະເມີນມູນຄ່າເສຍຫາຍເບື້ອງຕົນ 219 ລ້ານກວ່າກີບ, ໜອງປາ 5 ຄອບຄົວ ປະເມີນມູນຄ່າເສຍຫາຍ 69 ລ້ານກວ່າກີບ. ນອກຈາກນີ້, ຍັງມີເສັ້ນທາງ 4 ຈຸດ ແລະ ຂົວ 8 ແຫ່ງ ປະເມີນມູນຄ່າເສຍຫາຍເບື້ອງຕົ້ນ 3,4 ຕື້ກວ່າກີບ.

.

ຂໍ້ມູນຂ່າວ: ຫ້ອງການ ຖວທ ເມືອງແກ່ນທ້າວ

Related Posts

Leave a Reply

Your email address will not be published. Required fields are marked *