ແຊບອກຕໍ່

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຜູ້ທີ່ໄປຮ່ວມງານເຮືອນດີ-ສົ່ງສະການ ແລະ ເຮັດບຸນ ຕ້ອງມີສະຕິປ້ອງກັນ ໂ ຄ ວິ ດ-19

ຂປລ. ໃນທ່າມກາງການລະບາດຂອງ ພ ະ ຍາ ດໂ ຄ ວິດ-19 ນີ້, ການໄປຮ່ວມງານເຮືອນດີ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນສິ່ງໜຶ່ງທີ່ອາດປະຕິເສດໄດ້ຍາກ, ໂດຍສະເພາະລູກຫລານ ຫລື ຍາດພີ່ນ້ອງໃກ້ຊິດ. ສະນັ້ນ, ເຖິງວ່າທາງການຈະມີມາດຕະການຜ່ອນຜັນໃນການໄປຮ່ວມ, ແຕ່ຂໍໃຫ້ທຸກຄົນມີສະຕິປ້ອງກັນຕົນເອງໃຫ້ດີ. ນີ້ແມ່ນຄໍາຮຽກຮ້ອງຂອງ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພະ ຍາ ດຕິດຕໍ່.

ໃນໂອກາດລາຍງານ ສະພາບການລະບາດຂອງພະຍາດໂຄວິດ-19 ໃນວັນທີ 1 ຕຸລາ 2021, ໂດຍທ່ານຊີ້ໃຫ້ເຫັນວ່າ: ການລະບາດຢູ່ຊຸມຊົນໃນປັດຈຸບັນ ສ່ວນໜື່ງຕິດມາຈາກງານດັ່ງກ່າວ, ໂດຍຍາດຕິພີ່ນ້ອງໄປຮ່ວມງານຢູ່ຕ່າງແຂວງ ເມື່ອກັບມາແຂວງຂອງຕົນ ແລະ ກວດພົບເຊື້ອ ແລະ ຜູ້ຕິດເຊື້ອສ່ວນຫລາຍແມ່ນບໍ່ສະແດງອາການ. ສະນັ້ນ, ບຸກຄົນດັ່ງກ່າວ, ທີ່ໄປຮ່ວມງານກັບບັນດາທ່ານຈະແຜ່ເຊື້ອໃຫ້ຄົນອ້ອມຂ້າງ ໂດຍທີ່ເຮົາອາດບໍ່ຮູ້ສຶກຕົວ.

ດັ່ງນັ້ນ, ຖ້າຫາກມີຄວາມຈຳເປັນຈະຕ້ອງໄປຮ່ວມ ຕ້ອງກຽມປ້ອງກັນຕົນເອງ ເຊັ່ນ: ໃສ່ຜ້າປິດປາກ-ດັງ, ພົກພາເຈວລ້າງມືຂ້າເຊື້ອ, ຮັກສາໄລຍະຫ່າງຕະລອດ ແລະ ໃຊ້ເວລາສັ້ນທີ່ສຸດໃນງານດັ່ງກ່າວ, ຫລີກລ້ຽງການກິນອາຫານຮ່ວມກັນຖ້າບໍ່ຈຳເປັນ ເພາະໃນການຮັບປະ ທານອາຫານ ຈະຕ້ອງໄດ້ປົດຜ້າປິດປາກ-ດັງອອກ ແລະ ນັ່ງໃກ້ກັບບຸກຄົນອື່ນ, ເຊິ່ງອາດຈະມີການສົນ ທະນາ ຫລື ໄອຈາມ ເຮັດໃຫ້ເກີດມີຄວາມສ່ຽງສູງ. ສວ່ນຄອບຄົວທີ່ເປັນເຈົ້າພາບຈັດງານ ກໍຕ້ອງມີຄວາມເຂົ້າໃຈ ແລະ ຍົກສູງຄວາມຮັບຜິດຊອບຕໍ່ສັງຄົມ ເພາະທ່ານເອງບໍ່ສາມາດຮູ້ໄດ້ວ່າ ງານທີ່ຈັດນີ້ ອາດຈະມີຄົນຕິດເຊື້ອເຂົ້າມາຮ່ວມ ແລະ ຕົ້ນເຫດໃຫ້ມີການຕິດເຊື້ອ ແລະ ແຜ່ເຊື້ອ ອອກສູ່ຍາດຕິພີ່ນ້ອງ ແລະ ຜູ້ທີ່ມາຮ່ວມງານ.

ສະນັ້ນ ຈະຕ້ອງໄດ້ມີການກັ່ນກອງການເຂົ້າ-ອອກ, ຈັດຫາໃຫ້ມີບ່ອນລ້າງມື ຫລື ເຈວລ້າງມືຂ້າເຊື້ອ, ສະໜອງຜ້າປີດປາກ-ດັງ ໃຫ້ທຸກຄົນທີ່ເຂົ້າມາຮ່ວມງານ, ຈຳກັດຈຳນວນຄົນທີ່ເຂົ້າຮ່ວມກິນທານຕະຫລອດສະຖານທີ່ ທີ່ຈັດໄວ້ສຳລັບຮັບປະທານອາຫານ, ໃຫ້ຮັກສາໄລຍະຫ່າງ, ມີພະນັກງານອະ ນາໄມຂ້າເຊື້ອ ພາຍຫລັງແຂກອອກເມືອ.

ສຳລັບງານຊາປະນາກິດສົບນັ້ນ, ສ່ວນຫລາຍເຫັນວ່າ ສາມາດຮັກສາໄລຍະຫ່າງໃນງານ ໄດ້ເປັນຢ່າງດີ, ແຕ່ຈຸດທີ່ມີຄວາມສ່ຽງ ກໍຄື ການວາງທູບທຽນ, ດອກໄມ້ຈັນ ເພື່ອໄຫວ້ອາໄລເປັນຄັ້ງສຸດທ້າຍ ໃຫ້ແກ່ຜູ້ຈາກໄປ ສັງເກດເຫັນວ່າ ບໍ່ສາມາດຮັກສາໄລຍະຫ່າງມີການແຫຍ້ບຽດສຽດກັນ, ເຊິ່ງເປັນຈຸດສ່ຽງທີ່ໃຫ້ຜູ້ຈັດຕັ້ງງານຊາປະນາກິດສົບ ກໍຄື ຜູ້ເຂົ້າຮ່ວມຕ້ອງໄດ້ໃຫ້ຄວາມສຳຄັນ. ອີກປະການໜຶ່ງ, ພາຍຫລັງວາງທູບທຽນ, ດອກໄມ້ຈັນແລ້ວ ກໍໃຫ້ທ່ານລ້າງມືດ້ວຍເຈວລ້າງມືຂ້າເຊື້ອທີ່ມີສ່ວນຜະສົມເຫລົ້າ 70% ຂຶ້ນໄປ ທີ່ທາງເຈົ້າພາບທີ່ຈັດໄວ້ໃຫ້, ຫລີກລ້າງການລ້າງມືດ້ວຍນໍ້າຫອມຢູ່ໃນໂອ ເພາະເປັນແຫລ່ງທີ່ສ່ຽງໃນການຕິດເຊື້ອ.

ຂ່າວ: ສຸພາສະຫວັນ

Related Posts

Leave a Reply

Your email address will not be published. Required fields are marked *