Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໄລຍະເດືອນ ຕຸລາ – ພະຈິກ – ທັນວາ 2021
ໂດຍມີຄຳເຕືອນເພື່ອເຝົ້າລະວັງ ສະພາບພາຍຸເຂດຮ້ອນ ແລະ ສະພາບອາກາດໜາວຫຼາຍດັ່ງນີ້

ໃນໄລຍະຕົ້ນ ຫາ ກາງເດືອນ ຕຸລາ 2021 ຮ່ອງຄວາມກົດດັນອາກາດຕ່ຳຈະພາດຜ່ານພາກກາງ ແລະ ພາກໃຕ້
ຂອງປະເທດລາວ ປ່ອງໃສ່ພາຍຸໝຸນເຂດຮ້ອນທີ່ເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຈະເຄື່ອນທີ່ຜ່ານພາກກາງຫາພາກໃຕ້ຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງ ແລະ ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ນ້ຳຖ້ວມຊູ ແລະ ນ້ຳຖ້ວມຍື່ງ ໃນເຂດພາກກາງ ແລະ ພາກໃຕ້.

ໃນໄລຍະກາງເດືອນພະຈິກ ຫາ ເດືອນ ທັນວາ ມວນອາກາດໜາວເຢັນຈະປົກຄຸມດ້ວຍກຳລັງແຮງ ຊຶ່ງຈະ
ເຮັດໃຫ້ອາກາດໜາວເຢັນ ຫາ ໜາວເຢັນຫຼາຍພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ຢູ່ເຂດພາກເໜືອ, ເຂດ
ພູດອຍ, ພູສູງ, ຮ່ອມພູ, ເຂດແຂວງໄຊສົມບູນ, ເຂດພູພຽງບໍລະເວນ ແລະ ຈະເຮັດໃຫ້ການເບິ່ງເຫັນໃກ້ບໍ່
ຈະແຈ້ງ ກໍ່ໃຫ້ເກີດອຸປະຕິເຫດໃນການໃຊ້ລົດໃຊ້ຖະໜົນ ພ້ອມດຽວກັນ ຜູ້ເຖົ້າ ແລະ ເດັກນ້ອຍຈະເປັນໄຂ້ຫວັດໄດ້ງ່າຍ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນທີ່ອາໄສໃນເຂດດັ່ງກ່າວ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບນ້ຳຖ້ວມກະທັນຫັນ, ນ້ຳຖ້ວມຊູ, ນ້ຳຖ້ວມຍື່ງ, ດິນເຈື່ອນ ແລະ ສະພາບອາກາດໜາວຫຼາຍ ທີ່ຈະເກີດຂຶ້ນໄດ້. ຂໍໃຫ້ຕິດຕາມການລາຍງານສະພາບອາກາດ ແລະ ລະດັບນ້ຳ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ.