ປິດຊົ່ວຄາວ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ປິດຕະຫຼາດສົດບຶງທາດຫຼວງຊົ່ວຄາວ 3 ວັນ 5-7 ຕຸລາ ເພື່ອເພີ່ມມາດຕະການ ປ້ ອ ງ ກັ ນ ໂຄ ວິ ດ

ເພື່ອເປັນການສ້າງຄວາມໝັ້ນໃຈໃຫ້ກັບ ປະຊາຊນແລະສັງຄົມ ທີ່ມາໃຊ້ບໍລິການຢູ່ພາຍໃນຕະຫຼາດສົດບຶງທາດຫຼວງ, ດັ່ງນັ້ນ ຜູ້ສຳປະທານພັດທະນາຕະຫຼາດບຶງທາດຫຼວງ ຈຶ່ງອອກແຈ້ງເຖິງພໍ່ຄ້າຊາວຂາຍ ແລະ ບັນດາຜູ້ມາໃຊ້ບໍລິການຢູ່ໃນຕະຫຼາດແຫ່ງດັ່ງກ່າວ, ທາງຕະຫຼາດຈະໄດ້ມີການປິດຊົ່ວຄາວ 3 ວັນເລີ່ມວັນທີ 5-7 ຕຸລານີ້ ເພື່ອເພີ່ມມາດຕະການປ້ ອ ງ ກັ ນ ໂຄ ວິ ດ.

ອີງຕາມຄະນະສະເພາະກິດເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ອອກແຈ້ງການເຖິງເຈົ້າຂອງຕະຫຼາດ, ຜູ້ບໍລິຫານ ຄຸ້ມຄອງ, ຜູ້ຈັດສັນ, ຜູ້ຄ້າຂາຍໃນຕະຫຼາດບຶງທາດຫຼວງ, ດັ່ງນັ້ນ ປອ ພອນປະເສີດ ອິນທະສອນ ປະທານ 3SD Group, ຜູ້ສຳປະທານພັດທະນາຕະຫຼາດສົດບຶງທາດຫຼວງ ໄດ້ແຈ້ງການປິດຕະຫຼາດຊົ່ວຄາວໄລຍະເວລາ 3 ວັນ,

ເນື່ອງຈາກວ່າ ການລະບາດຂອ ງ ພ ະ ຍາ ດໂ ຄ ວິ ດ-19 ໄດ້ມີການແຜ່ໄປຫຼາຍພື້ນທີ່ ພ້ອມມີຈຳນວນເພີ່ມຂຶ້ນໃນແຕ່ລະວັນ ແລະ ເພື່ອປະຕິບັດຕາມແນວທາງຂອງຄະນະສະເພາະກິດເມືອງ ກໍຄື ນະຄອນຫຼວງໃຫ້ຖືກຕ້ອງ, ທາງຄະນະຈຶ່ງໄດ້ປິດເພື່ອປະເມີນ, ປັບປຸງ ແລະ ສ້າງມາດຕະການສະ ກັ ດ ກັ້ ນ ປ້ອງກັນ ຄວບຄຸມການ ຕິ ດ ເຊື້ອຂອງພ ະຍ າດ ໂ ຄ ວິ ດ-19, ທັງນີ້

ກໍເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ແລະ ຮັບປະກັນໃນການສະກັດກັ້ນຕ້ານກັບພະຍາດ, ດັ່ງນັ້ນ ທາງຄະນະສະເພາະກິດ ແລະ ຜູ້ບໍລິຫານຕະຫຼາດ ຈຶ່ງປິດຊົ່ວຄາວ ເລີ່ມແຕ່ທີ 5-7 ຕຸລາ 2021 ເປັນຕົ້ນໄປ ແລະ ຈະເປີດຄືນໃໝ່ວັນທີ 8 ຕຸລາ.

ຕະຫຼາດບຶງທາດຫຼວງ ເປັນຕະຫຼາດທີ່ເກີດຂຶ້ນໃໝ່ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຂອງສັງຄົມຍ້ອນມີນະໂຍບາຍ ແລະ ມາດຕະການຕ່າງທີ່ຖຶກຕ້ອງເຊັນວ່າ ການຕ້ານ ແລະ ສະກັດກັ້ນພະ ບ າ ດ ໂຄ ວິ ດ-19 ໄດ້ດີ,

ມີມາດຕະການຄອບຄຸມລາຄາສິນຄ້າ (ສິນຄ້າຖຶກ) ສິນຄ້າຄົບ ສິນຄາດີ ສິນຄ້າໄດ້ມາດຕະ ຖານມາບອນດຽວຈົບ.

Related Posts

Leave a Reply

Your email address will not be published. Required fields are marked *