Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານວັນທີ 4 ຕຸລາ 2021 ວ່າ:

ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍໃນການຫລີກລ່ຽງການຕິດເຊື້ອໂຄວິດ-19 ແລະ ຫລຸດຜ່ອນການເກີດອາການຮຸນແຮງໃນຮ່າງກາຍຫາກມີການຕິດເຊື້ອ, ສະນັ້ນຈຶ່ງຂໍຮຽກຮ້ອງໃຫ້ທຸກຄົນເປົ້າໝາຍລວມທັງກຸ່ມພິເສດເຊັ່ນ:
ແມ່ມານທີ່ຖືພາເກີນ 12 ອາທິດຂື້ນໄປ, ແມ່ລູກອອ່ນທີ່ລ້ຽງລູກດ້ວຍນົມແມ່ເອງ ລວມທັງນ້ອງນັກຮຽນທີ່ຈົບ ມ.7 ກຽມໄປເສັງຮຽນຕໍ່
ຈົ່ງໄປສັກຢາໃຫ້ຄົບເຂັມທີ່ແນະນໍາ. ເມື່ອສັກວັກຊີນແລ້ວຮ່າງກາຍທ່ານຈະເລີ່ມສ້າງພູມຄຸ້ມກັນ ແຕ່ທ່ານຍັງອາດສ່ຽງຕໍ່ການຕິດພະຍາດນີ້ຢູ່ ເນື່ອງຈາກພະຍາດມີຫລາຍສາຍພັນ ແຕ່ຂໍ້ດີແມ່ນ ທ່ານຈະມີອາການຈະບໍ່ຮຸນແຮງ ແລະ ຫລຸດການໂອກາດເສຍຊີວິດ.
ດັ່ງນັ້ນ ຂໍໃຫ້ທຸກທ່ານສືບຕໍ່ປະຕິບັດມາດຕະການ ປ້ອງກັນຕົນເອງ ຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງໂຕເຮົາເອງ ແລະ ທຸກຄົນໃນສັງຄົມ.
ມາຮອດປັດຈຸບັນນີ້ ທົ່ວປະເທດແມ່ນສາມາດສັກວັກຊີນປ້ອງກັນພະຍາດໂຄວິດ19 ໄດ້ດັ່ງນີ້: ເຂັມທີ 1 ສາມາດສັກໄດ້ 3.008.375 ກວມເອົາ 41,00% ແລະ ທຸກເຂັມທີ່ແນະນໍາ 2.116.049 ກວມເອົາ 28,84%.
ຮຽກຮ້ອງໃຫ້ທຸກຄົນເປົ້າໝາຍໄປສັກວັກຊີນໃຫ້ຄົບໂດສ ໂດຍສະເພາະແມ່ມານ 12 ອາທິດຂຶ້ນໄປ, ແມ່ລູກອ່ອນ ແລະ ນັກຮຽນ ມ.7