Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສປ ຈີນຈະມອບວັກຊີນໃຫ້ ສປປ ລາວຕື່ມອີກ ໃນຈຳນວນທີ່ຫຼາຍກວ່າຜ່ານມາ ເພື່ອປະກອບສ່ວນໃນການບັນລຸເປົ້າໝາຍຂອງລັດຖະບານລາວທີ່ະສັກວັກຊີນໃຫ້ປະຊາກອນໃຫ້ໄດ້ 50% ພາຍໃນປີ 2021
ໂດຍຂໍ້ມູນນີ້, ແມ່ນລາຍງານໂດຍ CRI-FM93 ເຊີ່ງອ້າງອີງຈາກການເປີດເຜີຍຂອງ ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈໍາລາວ

ທ່ານເອກອັກຄະລັດຖະທູດຈີນກ່າວວ່າ: ແຜນແມ່ບົດທີ່ໄດ້ກໍານົດວ່າສອງຝ່າຍຕ້ອງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ການປ້ອງກັນ ແລະຄວບຄຸມພະຍາດຂ້າມຊາດຮ່ວມກັນ ເຊິ່ງມີຄວາມໝາຍສໍາຄັນຫຼາຍ ໂດຍສະເພາະພາຍໃຕ້ສະຖານະການຕ້ານໂຄວິດ-19 ໃນປັດຈຸບັນນີ້, ຝ່າຍຈີນຍິ່ງຕ້ອງເພີ່ມທະວີການຮ່ວມມືດ້ານການຕ້ານພະຍາດໂຄວິດ-19 ກັບຝ່າຍລາວ ແລະຈະມອບວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ຝ່າຍລາວຕື່ມອີກ ໃນຈໍານວນທີ່ຫຼາຍກວ່າຍອດການຊ່ວຍເຫຼືອຜ່ານມາ

ເພື່ອປະກອບສ່ວນໃນການບັນລຸເປົ້າໝາຍຂອງລັດຖະບານລາວທີ່ວາງໄວ້ຄື 50% ຂອງປະຊາກອນທົ່ວປະເທດຕ້ອງໄດ້ຮັບການສັກວັກຊິນຕ້ານໂຄວິດ-19 ພາຍໃນປີ 2021 ນີ້ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ກັບການຮ່ວມມືທີ່ແທ້ຈິງ ໂດຍສະເພາະແມ່ນບັນດາໂຄງການໃຫຍ່ຂອງສອງປະເທດເຊັ່ນ ໂຄງການທາງລົດໄຟລາວ-ຈີນ ເຊິ່ງອັນນີ້ເປັນການປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນຢ່າງແທ້ຈິງ