ຂ່າວດ່ວນ! ຂ່າວດີ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ແຈ້ງການເຖິງ: ພົນລະເມືອງລາວ, ພະສົງລາວ, ນັກສຶກສາລາວ ແລະ ແຮງງານລາວ ໃນກຸງເທບມະຫານະຄອນ.ເລື່ອງ: ການສັກຢາວັກຊີນຕ້ານເຊື້ອພະຍາດໂຄວິດ-19.

ສະຖານເອກອັກຄະລັດຖະທູດແຫ່ງ ສປປ.ລາວ ປະຈຳຣາຊະອານາຈັກໄທ ຂໍແຈ້ງມາຍັງພົນລະເມືອງລາວ, ພະສົງລາວ, ນັກສຶກສາລາວ ແລະ ແຮງງານລາວ ທີ່ຢູ່ໃນກຸງເທບມະຫານະຄອນ ຊາບວ່າ: ສະຖານເອກອັກຄະລັດຖະທູດແຫ່ງ ສ.ປ.ປ ລາວ ຈະຮ່ວມກັບສຳນັກງານກຸງເທບມະຫານະຄອນ ແລະ ໂຄງການຈິດອາສາຮັກສາພະຍາດ, ໂຄວິດ-19 ເພື່ອມິດຕະພາບ ລາວ-ໄທ 70 ປີ

ຈະຈັດສັກຢາວັກຊີນໃຫ້ແກ່ພົນລະເມືອງລາວ, ພະສົງລາວ, ນັກສຶກສາລາວ ແລະ ແຮງງານລາວ ທີ່ຢູ່ໃນເຂດກຸງເທບມະຫານະຄອນ ໃນໄລຍະແຕ່ວັນທີ 26-28 ຕຸລາ 2021, ເວລາ 09:00-16:00 ໂມງ ທີ່ສູນ SCG (ເອສຊີຈິ) ອາຄານເລກທີ 30 ເຂດບາງຊື່, ໂດຍຈະສັກຢາວັກຊີນແບບປະສົມຄື: ເຂັ້ມທີ່ໜຶ່ງສັກຢາວັກຊີນ SinoVac ແລະ ຕໍ່ໄປຈະສັກຢາວັກຊີນ AstraZeneda ເປັນເຂັມທີສອງ,

ສະນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຜູ້ທີ່ມີຄວາມປະສົງ ແລະ ສະໜັກໃຈຈະຮັບການສັກຢາວັກຊີນໃຫ້ປະຕິບັດດັ່ງນີ້:

  1. ບຸກຄົນທີ່ຈະໄດ້ຮັບການສິດວັກຊີນ ຈະຕ້ອງໄດ້ລົງທະບຽນຜ່ານ ລະບົບ QR Code ທີ່ຄັດຕິດມາພ້ອມນີ້ ແລະ ທ່ານສາມາດລົງທະບຽນໄດ້ເລີ່ມແຕ່ວັນທີ 07-17 ຕຸລາ 2021 ເທົ່ານັ້ນ;
  2. ໃຫ້ນຳເອົາໜັງສືຜ່ານແດນ(Passport) ແລະ ບັດສີຊົມພູ ທີ່ອອກໃຫ້ໂດຍທາງການໄທ ເພື່ອໄປຢັ້ງຢືນໃນການລົງທະບຽນຂໍສັກຢາວັກຊີນຄັ້ງນີ້;

ດັ່ງນັ້ນ, ຈຶ່ງແຈ້ງມາຍັງພົນລະເມືອງລາວ, ພະສົງລາວ, ນັກສຶກສາລາວ ແລະ ແຮງງານລາວ ເພື່ອຮັບຊາບຕາມທາງຄວນ.

Related Posts

Leave a Reply

Your email address will not be published. Required fields are marked *