Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ມາອີກແລ້ວ! ພາຍຸເຂດຮ້ອນ ໄລອອນລອກ ກຳລັງເຄື່ອນທີ່ເຂົ້າມາລາວ ກະທົບ 14 ແຂວງທົ່ວປະເທດ
ພາຍຸເຂດຮ້ອນ ໄລອອນລອກ (LIONROCK) ຈະສືບຕໍ່ເຄື່ອນຂຶ້ນຝັ່ງທາງ ພາກເໜືອປະເທດຫວຽດນາມ ໃນໄລຍະວັນທີ 09 ຫາ 10 ຕຸລາ 2021, ຫຼັງຈາກນັ້ນ ຈະອ່ອນກຳລັງເປັນພາຍຸດີເປຼ່ຊັນ ແລະ ເຄື່ອນທີ່ຜ່ານພາກເໜືອ ແລະພາກກາງຂອງ ສປປ ລາວ ໄລຍະວັນທີ 10 ຫາ 11 ຕຸລາ 2021 ນີ້
ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ, ພາຍຸຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10 ຫາ 12 ຕຸລາ 2021 ນີ້
ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ ສະພາບດິນເຈື່ອນ, ນໍ້າຖ້ວມຊູ, ນ້ຳຖ້ວມຍີ່ງ ແລະ ລົມພັດແຮງ ທີ່ກຳລັງຈະເກີດຂື້ນ