Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຜົນວິໄຈພົບວ່າ ກິນອາຫານຕອນເດີກໆ ກ່ອນນອນ ອາດຈະເພີ່ມຄວາມສ່ຽງເປັນມະເຮັງ
ຫຼາຍໆຄັ້ງທີ່ການໃຊ້ຊີວິດ ແລະ ການເຮັດວຽກ ມັກຈະບິບບັງຄັບໃຫ້ເຮົາຕ້ອງມີພຶດຕິກຳ ການກິນທີ່ປ່ຽນໄປ. ເຊີ່ງທຸກຄົນກໍ່ອາດຈະຮູ້ກັນດີແລ້ວວ່າ ການກິນເຂົ້າຮອບເດີກ ມັກຈະເຮັດໃຫ້ເຮົາຕຸ້ຍຂຶ້ນໄດ້ ແຕ່, ຍັງມີອີກຢ່າງໜຶ່ງທີ່ທຸກຄົນຄວນຮູ້ ຄື ການກິນເຂົ້າຮອບເດີກ ເຮັດໃຫ້ມີໂອກາດສ່ຽງເປັນມະເຮັງໄດ້ຫຼາຍຂຶ້ນ

ໂດຍຜົນການຄົ້ນຄວ້ານີ້, ແມ່ນມາຈາກ International Journal of Cancer ໂດຍເປັນການວິໄຈຂອງນັກວິທະຍາສາດຊາວສະເປນ ທີ່ໄດ້ສຶກສາຜ່ານ 2 ກຸ່ມຕົວຢ່າງຄື: ກຸ່ມຄົນທີ່ເປັນມະເຮັງເຕົ້ານົມ ແລະ ມະເຮັງຕ່ອມລູກໝາກ ຈຳນວນ 1.800 ຄົນ ແລະ ສ່ວນອີກກຸ່ມເປັນກຸ່ມທີ່ມີສຸຂະພາບແຂງແຮງດີ ຈໍານວນ 2.000 ຄົນ

ກົດລິ້ງເພື່ອອ່ານເພີ່ມເຕີມ: https://insidelaos.com/2021/02/25/32232/
ທີ່ມາ:InsideLaos