Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຈາກການທີ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ປະເທດລາວເປັນຈໍານວນຫຼາຍຄືໃນປັດຈຸບັນນີ້, ມີຄວາມເປັນໄປໄດ້ສູງທີ່ລັດຖະບານກໍຄືຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຈະໃຊ້ມາດຕະການສຸດທ້າຍກໍຄືໃຫ້ກຸ່ມສ່ຽງ ຫຼື ຜູ້ຕິດເຊື້ອນັ້ນ ຈໍາກັດບໍລິເວນ ແລະ ປິ່ນປົວຢູ່ເຮືອນຕົນເອງ.

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ໄດ້ກ່າວຕໍ່ສື່ມວນຊົນທົ່ວປະເທດຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເມື່ອມໍ່ໆມານີ້ວ່າ: ໃນອະນາຄົດ, ຖ້າສູນຈໍາກັດບໍລິເວນເຕັມບໍ່ສາມາດຮອງຮັບກັບຈໍານວນຜູ້ຈໍາກັດບໍລິເວນ ລວມທັງໂຮງໝໍພາກສະໜາມປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ເຕັມນັ້ນ, ລັດຖະບານອາດຈະລະດົມໃຫ້ປະຊາຊົນສ້າງບ່ອນຈໍາກັດບໍລິເວນ ແລະ ປິ່ນປົວພະຍາດໂຄວິດ-19 ດ້ວຍຕົນເອງຢູ່ເຮືອນ, ຢູ່ຖຽງນາ, ຢູ່ສວນໂດຍມີທິມງານແພດ-ໝໍ ແລະ ເຈົ້າໜ້າທີ່ລົງຕິດຕາມອາການ ແລະ ປິ່ນປົວກັບທີ່ຫາກມີຄວາມຈໍາເປັນ.

ທ່ານ ພັນຄໍາ ກ່າວຕື່ມວ່າ: ລັດຖະບານຈະສາມາດສະກັດກັ້ນພະຍາດດັ່ງກ່າວບໍ່ໃຫ້ລະບາດຮ້າຍແຮງໄປກວ່ານີ້ຖ້າປະຊາຊົນ ແລະ ເຈົ້າໜ້າທີ່ທຸກພາກສ່ວນມີສ່ວນຮ່ວມ, ພ້ອມທັງມີການປິດລ້ອມວົງຈອນທີ່ເປັນສະຖານທີ່ລະບາດ. ຖ້າຫາກພະຍາດດັ່ງກ່າວຍັງສືບຕໍ່ລະບາດຮ້າຍແຮງ, ທ້ອງຖິ່ນໃດທີ່ມີການລະບາດບໍ່ຮຸນແຮງ ຕ້ອງສຸມໃສ່ມາຊ່ວຍທ້ອງຖິ່ນທີ່ລະບາດໜັກ, ລວມທັງອຸປະກອນການແພດ, ຕຽງ ນອນຄົນເຈັບ ແລະ ແພດໝໍ.
ນອກຈາກນີ້ ຕ້ອງໄດ້ຊຸກຍູ້ການສັກວັກຊີນຢ່າງເປັນລະບົບເພື່ອສ້າງພູມຕ້ານທານໃນການປ້ອງກັນພະຍາດດັ່ງກ່າວ ແລະ ຖ້າສັກວັກຊິນຄົບກໍານົດໃນກໍລະນີທີ່ຕິດເຊື້ອ ອາການກໍບໍ່ເຖິງຂັ້ນຮຸນແຮງ ແລະ ເຮັດໃຫ້ການເສຍຊີວິດຈະໜ້ອຍທີ່ສຸດ.
ຂ່າວ: ວຽງຈັນທາຍ