ແນວໃດກໍມີ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຕັ້ງວົງຕີໄກ່ ຖື ກ ເຈົ້າໜ້າທີ່ນໍາຕົວໄປກັກກັນ

ໃນວັນທີ 06 ຕຸລາ 2021 ປກສ ກຸ່ມ ສີນໄຊ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ເມືອງປາກງື່ມ ໄດ້ເຂົ້າກວດກາສັງວຽນຕີໄກ່ ຂອງທ້າວ ລຸ້ງເພັດ ຢູ່ບ້ານໂພນຂາມ ເມືອງປາກງື່ມ ພົບເຫັນກຸ່ມຄົນຈໍານວນ 14 ຄົນກໍາລັງຕັ້ງວົງຕີໄກ່ເຊິ່ງເປັນການລະເມີດຄໍາສັ່ງເລກທີ 016/ຈນວ ທີ່ລະບຸໄວ້ໃນຂໍ້ 10.

ປັດຈຸບັນ ຈິ່ງໄດ້ນໍາຕົວ ພວກກ່ຽວໄປກັກກັນ ຢູ່ ສູນກັກກັນໂຮງຮຽນນາຍສິບ ບ້ານໄຮ່ ປາກງື່ມ ຕາມກໍານົດເວລາ 14 ວັນ ເພື່ອກວດຫາເຊື້ອພະຍາດໂຄວິດ-19 ພາຍຫຼັງຄົບຕາມກໍານົດເວລາ ຈິ່ງຈະໄດ້ນໍາພວກກ່ຽວມາສຶກສາອົບຮົບ ແລະ ປັບໃໝ່ຕາມຄໍາສັ່ງເລກທີ 016/ຈນວ.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງຊາວ ນວ ໃຫ້ເອົາໃຈໃສ່ ປະຕິບັດຄຳສັ່ງ ແລະ ແຈ້ງການ ຂອງຄະນະສະເພາະກິດວາງງອອກ ຢ່າງເຂັ້ມງວດ

ເພື່ອພ້ອມກັນສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ບໍ່ໃຫ້ແຜ່ລາມເປັນວົງກວ້າງ.

ຊົມຄຼິບ

Related Posts

Leave a Reply

Your email address will not be published. Required fields are marked *