Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຕະຫຼອດວັນທີ 7 ຕຸລາ ຂ່າວຢາແຄັບຊູນຈາກສະໝູນໄພປິ່ນປົວເຊື້ອພະຍາດອັກເສບປອດທີ່ກຳລັງແ ຜ່ ລ ະ ບ າດຢູ່ໃນຂະນະນີ້ ແຕ່ບາງສື່ກໍ່ລາຍງານຂ່າວຍັງບໍ່ຊັດເຈນເປັນຕົ້ນວີທີການນຳໃຊ້ ຂໍ້ຫ້າມຕ່າງໆ ແລະຢານີ້ດີແທ້ຫຼື ບໍ? ແນ່ນອນເປັນຄຳຕອບທີ່ຍາກເພາະໃນໂລກນີ້ຍັງບໍ່ມີຢາສະເພາະທາງມາປົວພະຍາດລະບາດຊະນິດນີ້ໄດ້ ທຸກວັນນີ້ຍັງປິ່ນປົວໄປຕາມອາການເທົ່ານັ້ນ.

ແລະນີ້ແມ່ນໃບກຳກັບວິທີນຳໃຊ້ຢາສຳລັບປິ່ນປົວຜູ້ຕິດເຊື້ອ ຂອງ ພຣະປຣີຊາອາຄົມວິພູສິດລິດທິວົງມຸນີ (ຮສ ປອ ຄຳຕູ້ ອິນທະວົງ) ສ່ວນປະກອບຂອງມັນມີຫົວຕັບຮີ້ນ, ຕົ້ນບີຍຸງ ແລະຂີ້ໄຄພະຍານາກ ເຊິ່ງແອັດກໍ່ບໍຮູ້ຕົ້ນເປັນແນວໃດ ແຕ່ມີຜູ້ຄົ້ນຄິດມາດີກວ່ານັ່ງເບິ່ງໜ້າກັນໂດຍບໍເຮັດຫຍັງເລີຍ.

ສຳລັບວິທີການນຳໃຊ້ ກິນເທື່ອລະສອງແຄັບຊູນ ມື້ລະ 3 ເວລາ ເຊົ້າ,ສວາຍ,ແລງ ຄືກັບຢາອື່ນໆ ກິນຢາໂຕນີ້ແລ້ວຫຍັງ ມັນຈະຊ່ວຍສ້າງພູມຄຸ້ມກັນໃນຮ່າງກາຍ, ເສິມສ້າງປອດໃຫ້ແຂງແຮງ, ແກ້ອາການໄຂ້ຫວັດ, ເຈັບຄໍ ແລະອາການໄອຕາມນິຍາມຂອງພະຍາດອັກເສບປອດເລີຍ.

ແຕ່ຢາທີ່ຄິດຄົ້ນໃໝ່ນີ້ແມ່ນຈະມີຂໍ້ຍົກເວັ້ນບໍ່ໃຫ້ນຳໄປໃຊ້ ໄດ້ແກ່ ແມ່ຍິງຖືພາ, ຜູ້ລ້ຽງລູກດ້ວຍນ້ຳນົມ, ຜູ້ທີ່ອາຍຸຕ່ຳກວ່າ 8 ປີກໍ່ບໍໃຫ້ກິນ ບໍ່ໃຫ້ໃຊ້ກັບຄົນທີ່ມີໂລກຫົວໃຈ, ຄົນທີ່ເປັນໄຂ່ຫຼັງ ແລະຜູ້ທີ່ມີອາການແພ້ຢາຜ່ານມາ.

ທີນີ້ເຮົາມາຮູ້ຈັກກັບ ຮສ ປອ ຄຳຕູ້ ອີນທະວົງ ເພິ່ນແມ່ນໃຜມາແຕ່ໃສແທ້ ຕາມຂໍ້ມູນຫຼ້າສຸດໃຫ້ຮູ້ວ່າ: ເພິ່ນເປັນຜູ້ທີ່ຮຽນຈົບສາຂາຢາພື້ນເມືອງ ຄາດວ່າຈະເປັນອົງດຽວ ໃນປະເທດລາວ ທີ່ຈົບສາຍຢາຟື້ນເມືອງ.
ມີຜູ້ທີ່ລອງຢານີ້ມາແລ້ວ ບໍ່ແມ່ນເປັນໂຄວິດແຕ່ຢືນຢັນວ່າ ສັບພະຄຸນເພີ່ນວ່າຕ້ານໄວຣັດ ເສີມພູມຄຸ້ມກັນບໍ່ເກີນ 3 ວັນຕົນເອງຫາຍເປັນປົກກະຕິບໍ່ມີອາການຫຍັງຕາມມ ເວົ້າເລື່ອງຢາຟື້ນເມືອງກໍ່ມີດີຫຼາຍຢ່າງ.

ຖືວ່າຢາໂຕນີ້ເປັນຄວາມຫວັງໃຫມ່ຂອງປະເທດລາວເຮົາໄວໆນີ້ ແລະຄາດວ່າຈະໄດ້ປະກາດໃຊ້ຢ່າງເປັນທາງການ ໃນຕົ້ນປີຫນ້າ ປະຈຸບັນຍັງຢູ່ໃນການທົດລອງປີ່ນປົວຫາຍດີແລ້ວເກືອບ 200 ກວ່າຄົນ ໃນກໍລະນີຜູ້ຕິດເຊື້ອໃນສູນ
ຂໍ້ມູນຂັ້ນຕອນແມ່ນຍັງຢູ່ໃນຂະບວນຄົນຄວ້າຂອງກະຊວງຕາມຫຼັກວີຊາການ.

ທີ່ມາ: ຂ່າວມະຫາສານ