Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຕາງໜ້າໂດຍທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ເມື່ອມໍ່ໆມານີ້ວ່າ: ຂໍໃຫ້ຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດປະຈໍາຕົວ ທີ່ຍັງບໍ່ໄດ້ຮັບວັກຊິນເພື່ອສ້າງພູມຕ້ານທານໃນການປ້ອງກັນພະຍາດ ໂ ຄ ວິ ດ-19

ຈົ່ງຕື່ນຕົວຮີບຮ້ອນໄປສັກວັກຊິນໂດຍໄວຖ້າບໍ່ດັ່ງນັ້ນປະເທດເຮົາຈະເກີດສະພາບຄົນເຈັບລົ້ນໂຮງໝໍ ຫຼື ຮ້າຍແຮງໄປກວ່ານັ້ນອາດມີຜູ້ເສຍຊີວິດຕາມທ້ອງຖະໜົນຄືກັບບາງປະເທດປະສົບມາແລ້ວໂດຍບໍ່ຕ້ອງກັງວົນວ່າເມື່ອສັກວັກຊິນແລ້ວຈະເປັນແນວນັ້ນແນວນີ້ ຫຼື ບໍ່ຕ້ອງຄຶດວ່າຈະເກີດອາການສົນໃດໆທີ່ບໍ່ດີຕໍ່ສຸຂະພາບ.

ທ່ານ ດຣ. ພອນປະເສີດແຈ້ງໃຫ້ຮູ້ຕື່ມວ່າ: ສັງລວມແລ້ວຈໍານວນຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ສ່ວນຫຼາຍແມ່ນບໍ່ໄດ້ຮັບການສັກວັກຊິນ ສະນັ້ນຮຽກຮ້ອງໃຫ້ປະຊາຊົນທຸກເພດໄວ ໂດຍສະເພາະຜູ້ສູງອາຍຸ ແລະ ຜູ້ມີພະຍາດປະຈໍາຕົວໄປສັກວັກຊິນໂດຍໄວເພາະໃນໄວໆນີ້ ປະເທດລາວເຮົາ ຈະໄດ້ຮັບວັກຊິນ ຕື່ມອີກ 1,5 ລ້ານໂດສ.

ມາຮອດປະຈຸບັນ ທົ່ວປະເທດມີຜູ້ສັກວັກຊີນແລ້ວຫຼາຍກວ່າ 5 ລ້ານຄົນ, ໃນນັ້ນມີຜູ້ສັກເຂັມທີໜຶ່ງຫຼາຍກວ່າ 3,4 ລ້ານຄົນ ແລະ ເຂັມທີສອງແລ້ວຫຼາຍກວ່າ 2 ລ້ານຄົນ ຊຶ່ງໃນຈໍານວນ 5 ລ້ານກວ່າຄົນທີ່ສັກວັກຊິນຜ່ານມານັ້ນ ຍັງບໍ່ມີຜູ້ໃດເສຍຊີວິດຍ້ອນການສັກວັກຊິນ ແລະ ຈໍານວນຜູ້ເສຍຊີວິດ 24 ຄົນຍ້ອນພະຍາດໂຄວິດ-19 ແມ່ນບໍ່ໄດ້ຮັບການສັກວັກຊິນ ຊຶ່ງສ່ວນຫຼາຍແມ່ນຜູ້ສູງອາຍຸ ແລະ ມີພະຍາດປະຈໍາຕົວ.
ຂ່າວ: ວຽງຈັນທາຍ