Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຂ່າວດ່ວນ
ຄົນທີ່ 1 ເມີຶອງລ້ອງຊານ
ຂໍສະແດງຄວາມເສຍໃຈ ແລະ ເສົ້າສະຫລົດໃຈມາຍັງຄອບຄົວ, ລູກຫລານ ແລະ ຍາດພີ່ນ້ອງຂອງພໍ່ຕູ້ ທອງຈັນລໍ່ ອາຍຸ 77 ປີ ເປັນພະນັກງານບໍານານ ຢູ່ບ້ານຄອນວັດ ເມືອງລ້ອງຊານ ແຂວງໄຊສົມບູນ ທີ່ຕິດເຊື້ອໂຄວິດ-19 ຕາມຜົນກວດວັນທີ 30.9.2021 ມານອນຕິດຕາມ ແລະ ປິ່ນປົວຢູ່ສູນ ມສ ລ້ອງຊານ ໄດ້ເຖິງແກ່ມໍລະນະກໍາແລ້ວເວລາ 11 ໂມງ 20 ນາທີ ຂອງມື້ນີ້ເອງ ວັນທີ11.10.2021.
ແພດໝໍປະຈໍາສູນໄດ້ພະຍາຍາມເພື່ອຊ່ວຍເຫລືອກອບກູ້ເອົາຊີວິດຄືນ ແຕ່ເນື່ອງຈາກລາວເປັນພະຍາດປອດແຊກຊ້ອນມາກ່ອນສົມທົບໃສ່ກັບພະຍາດໂຄວິດ-19 ຈຶ່ງເຮັດໃຫ້ອາການສະຫລັບຊັບປ່ຽນຂຶ້ນໆລົງໆມາເປັນແຕ່ລະໄລຍະ ໃນທີ່ສຸດສຸຂະພາບຂອງລາວອິດເມື່ອຍອ່ອນເພຍລົງສູ້ບໍ່ໄຫວກັບພະຍາດຈຶ່ງເຮັດໃຫ້ພໍ່ຕູ້ ທອງຈັນລໍ່ ຈາກພວກເຮົາໄປຢ່າງບໍ່ມີວັນກັບຕ່າວຄືນມາອີກແລ້ວ ຂໍໃຫ້ດວງວິນຍານຂອງພໍ່ຕູ້ ທອງຈັນລໍ່ ຈົ່ງໄປສູ່ສຸຄະຕິດ້ວຍເທີ້ນ.
ພວກເຮົາຊາວເມືອງລ້ອງຊານຈົ່ງເພີ່ມທະວີປະຕິບັດມາດຕະການປ້ອງກັນການຕິດເຊື້ອໂຄວິດ-19 ໃຫ້ເຂັ້ມງວດ ເພາະພະຍາດບໍ່ໄດ້ເລືອກຄົນ ຂໍໃຫ້ທຸກຄົນຈົ່ງດໍາລົງຊີວິດຢ່າງລະມັດລະວັງໃນການໄປມາ ວາງລະບົບການດໍາລົງຊິວິດຄືນໃໝ່ໃຫ້ສອດຄ່ອງກັບສະຖານະການໃນປະຈຸບັນ.

ຄົນທີ 2
ເມີຶອງຫາດຊາຍຟອງ ເສຍຊີວິດ1ຄົນ RIP ຢ່າຖືເບົາເດີ້ຢູ່ເຮືອນຢຸດເຊື້ອເພື່ອໂຕທ່ານແລະຄອບຄົວ

ຄືຖີ້ມເຮົາໄປແບບນີ້ ເອຶ້ອຍເອີຍ ຄົນຢູ່ແຕ່ບ້ານບໍໄປໃສເປັນຫຍັງຕອ້ງມາຕິດໂຄວິດ ເປັນຫຍັງຕອ້ງເປັນເຈົ້າ 😭😭😭

ບໍອີ່ໂຕນລູກແນ່ຫວາ 😭RIPເດີ ເຮົາສິເບີ່ງທຸກຢ່າງແທນເຈົ້າເດີ 😭😭🙏🏻🙏🏻

.

ຊົມຄຼິບ 1
ຄຼິບ 2
ທີ່ມາ
