Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
“ຈັບຊາວຕ່າງດ້າວ ພະຍາຍາມຫຼົບໜີຈຸດກວດກາ ກວດຄົ້ນພົບຢາເສບຕິດ ພ້ອມອາວຸດປືນ”
ໃນຄືນວັນທີ 9 ຕຸລາ 2021 ສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ຫົວເມືອງ ໄດ້ສົມທົບກັບ ຈະລາຈອນ ເມືອງ ແລະ ປກສ ກຸ່ມ ສີຖານເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ຕັ້ງຈຸດກວດກາຢູ່ເສັ້ນທາງສວນເຈົ້າຟ້າງຸ່ມ ຮອດເວລາ 00:20 ໂມງ ໄດ້ມີ ທ້າວ ໂຈຮອຍໂຢ ອາຍຸ 43 ປີ ສັນຊາດມາເລເຊຍ ພັກເຊົາຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນວ ຂັບຂີ່ລົດຈັກມາແຕ່ເສັ້ນທາງ ບ້ານຂຸນຕາທົ່ງ ເມືອງສີໂຄດຕະບອງ ພໍຮອດຈຸດກວດຂອງເຈົ້າໜ້າທີ່ ຜູ້ກ່ຽວໄດ້ຂັບຂີ່ລົດໜີ

ແຕ່ໄປບໍ່ລອດລົດລົ້ມ ເຈົ້າໜ້າທີ່ຈຶ່ງຂັບຂີ່ລົດນໍາຕົວຜູ້ກ່ຽວໄດ້ ພ້ອມທັງກວດຄົ້ນຖົງພາຍສີດໍາ ພົບຂອງກາງຢາບ້າ 200 ເມັດ, ຢາໄອ 1 ຖົງນ້ອຍ, ອຸປະກອນເສບຢາ 4 ອັນ ແລະ ປືນສັ້ນ 09 ມມ 1 ກະບອກ ພ້ອມລູກປືນ 12 ລູກ.
ດັ່ງນັ້ນ, ຈຶ່ງໄດ້ນໍາຕົວຜູ້ກ່ຽວສົ່ງໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ ດໍາເນີນຄະດີ.ຜ່ານການສອບສວນ ເບື້ອງຕົ້ນຂອງເຈົ້າໜ້າທີ່, ຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ໃນວັນທີ 9 ຕຸລາ 2021 ເວລາ 21:30 ໂມງ ຕົນເອງໄດ້ໂທຫາຊາຍຄົນໜຶ່ງ (ບໍ່ຮູ້ຊື່ ແລະ ທີ່ຢູ່) ເພື່ອສັ່ງຊື້ຢາບ້າ ຈໍານວນ 200 ເມັດ ແລະ ໄດ້ນັດຈຸດສົ່ງຢາບ້າ

ຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານດົງນາໂຊກ ເມືອງສີໂຄດຕະບອງ ຫຼັງຈາກໄດ້ຢາບ້າມາແລ້ວ ຮອດເວລາ 00:20ໂມງ ຕົນເອງໄດ້ຂັບຂີ່ລົດຈັກ ເພື່ອຈະກັບບ່ອນພັກເຊົາ ພໍໄປຮອດຈຸດກວດກາດັ່ງກ່າວ ກໍຖືກເຈົ້າໜ້າທີ່ກັກຕົວ, ສ່ວນຢາໄອ ທີ່ເຈົ້າໜ້າທີ່ພົບເຫັນນັ້ນແມ່ນຊື້ນໍາຊາຍຄົນຕ່າງປະເທດ (ບໍ່ຮູ້ຊື່) ຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານມີໄຊ ເມືອງຈັນທະບູລີ ແລະ ປືນແມ່ນຂອງຜູ້ທີ່ຕິດໜີ້ແລ້ວບໍ່ມີເງິນໃຊ້ແທນ ຕົນຈຶ່ງໄດ້ເອົາປືນມາຮັກສາໄວ້.

ປັດຈຸບັນ, ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ພວມປະສານສົມທົບ ກັບຫ້ອງຕໍາຫຼວດ ປກສ ນວ ເພື່ອນໍາສົ່ງຜູ້ກ່ຽວ ໃຫ້ຫ້ອງຕໍາຫຼວດ ສືບຕໍ່ເນີນຄະດີ.
ຂ່າວ: ປກສ ນວ