Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ພຽງຕົ້ນເດືອນ 10 ລາວມີຜູ້ເສຍຊີວິດຍ້ອນໂຄວິດຮອດ 15 ຄົນ
ວັນທີ 1 ເສຍຊີວິດ 1 ຄົນ, ວັນທີ 2 ເສຍຊີວິດ 1 ຄົນ, ວັນທີ 3 ເສຍຊີວິດ 2 ຄົນ, ວັນທີ 6 ເສຍຊີວິດ 1 ຄົນ, ວັນທີ 8 ເສຍຊີວິດ 1 ຄົນ, ວັນທີ 9 ເສຍຊີວິດ 2 ຄົນ, ວັນທີ 11 ເສຍຊີວິດ 4 ຄົນ, ວັນທີ 12 ເສຍຊີວິດ 3 ຄົນ
RIP ຜູ້ເສຍຊີວິດໃຜຫມ່ຈາກພະຍາດໂຄວິດ- 19 ສປປ ລາວ ນະຄອນຫລວງວຽງຈັນ 2, ໄຊສົມບູນ 1 ປະຈຳວັນທີ່ 12 ຕຸລາ 2021
1 ເພດຍິງ 30 ປີ ບ້ານບໍ່ໂອ ເມືອງຫາດຊາຍຟອງ ນວ . ພະຍາດປະຈໍາໂຕ: ເບົາຫວານ, ຄວາມດັນ ແລະ ຖືພາ 8 ເດືອນ
• ວັນທີ 8 ຕຸລາ 2021 ມາໂຮງຫມໍອາການໄອອອກເລືອດ ຂີ້ກະເທີ່ມາໃດ້ອາທິດ1
ວັນທີ 9 ຕຸລາ 2021 ເກັບຕົວຢ່າງກວດ ແລະ ຜົນກວດພົບເຊື້ອ
ວັນທີ 10 ຕຸລາ 2021 ອາການບໍ່ດີ ແລະ ຜ່າຕັດອອກລູກອອກ 5 ວັນທີ 11 ຕຸລາ 2021 ເສຍຊີວິດ
2 ເພດຊາຍ, ອາຍຸ 50 ປີ, ບ້ານຫນອງຂຽດ, ເມືອງປາກງື່ມ, ນວ • ພະຍາດປະຈໍາໂຕ່: ຄວາມດັນສູງ, ເບົາຫວານ, ຕໍ່ອັກເສບຊໍາເຮືອ, • ບາດແຜໃນກະເພາະ ແລະ ເລືອດຈາງ.
ວັນທີ 26 ກັນຍາ 2021 ເກັບຕົວຢ່າງ ຜົນອອກເປັນບວກ ນອນປິ່ນປົວຢູ່ໂຮງຫມໍ 103 ່
ວັນທີ 27 ກັນຍາ2021 ຍ້າຍມາໂຮງຫມໍມິດຕະພາບ ມີອາການທາງດ້ານລະບົບຫາຍໃຈ
ວັນທີ 11 ຕຸລາ 2021 ເວລາ 10:20 ໂມງ ໄດ້ເສຍຊີວິດ.
3 ເພດຊາຍ, ອາຍຸ 77 ປີ, ບ້ານຄອນວັດ, ເມືອງລ້ອງຊານ, ແຂວງໄຊສົມບູນ, – ມີປະຫວັດໄປງານເຮືອນດີຢູ່ບ້ານຖ້ໍາດິນ ແລະ ມີລາຍງານຜູ້ຕິດເຊື້ອ. ບໍ່ໄດ້ສັກຢາວັກຊີນ• ພະຍາດປະຈໍາຕົວ: ໄອຊໍາເຮືອ.
ວັນທີ 22 ກັນຍາ 2021 ມີອາການໄຂ້, ໄອ, ປວດຕາມຕົນໂຕ, ເຈັບຄໍ ແລະ ປວດຂໍ້ກະດູກ.
ວັນທີ 27 ກັນຍາ 2001 ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19.
ວັນທີ 29 ກັນຍາ 2021: ຜົນກວດອອກມາ ແມ່ນພົບເຊືອ.
ວັນທີ 30 ກັນຍາ 2021 ເຂົ້ານອນປິ່ນປົວຢູ່ສູນໂຮງຮຽນ ມສ ລ້ອງຊານ ່
ວັນທີ 11 ຕຸລາ 2021 ເວລາ 11:20 ໂມງ ໄດ້ເສຍຊີວິດ.
ຂ່າວ:MG