ຂ່າວດ່ວນ..!! ເຫດລົດໃຫຍ່ເສຍຫຼັກຕົກໜອງນ້ຳ ເສຍຊີວິດ 01 ຄົນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຂ່າວດ່ວນ..!! ເຫດລົດໃຫຍ່ເສຍຫຼັກຕົກໜອງນ້ຳ ເສຍຊີວິດ 01 ຄົນ

ຕາມການລາຍງານຂອງເຈົ້າໜ້າທີ່ ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 14 ຕຸລາ 2021 ນີ້, ໄດ້ເກີດອຸປະຕິເຫດລົດໃຫຍ່ເສຍຫຼັກຕົກລົງໜອງນ້ຳຂ້າງທາງ ຢູ່ກິໂລແມັດທີ 9 ເສັ້ນທາງ ລະຫວ່າງເມືອງຊຳເໜືອຫາເມືອງວຽງໄຊ ແຂວງຫົວພັນ.

ຜ່ານການລົງເກັບກຳຂໍ່້ມູນຂອງເຈົ້າໜ້າທີ່ໄດ້ພົບເຫັນ ລົດໃຫຍ່ກະບະ ຍີ່ຫໍ້ ອີຊຸຊຸ ດີແມັກ ທະບຽນລົດ ກຈ 4579 ກຳແພງນະຄອນ ເຊິ່ງຜູ້ຂັບຂີ່ແມ່ນ ທ້າວ ບຸນມາ ຈັນມີໄຊ ພະນັກງານ ຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຊຽງຄໍ້ ແຂວງຫົວພັນ,

ໄດ້ເກີດອຸປະຕິເຫດ ຂັບຂີ່ລົດໃຫຍ່ເສຍຫຼັກຕົກລົງໜອງນ້ຳຂ້າງທາງ ຢູ່ລະຫວ່າງກິໂລແມັດທີ່ 9 ເສັ້ນທາງ ເມືອງຊຳເໜືອ ຫາ ເມືອງວຽງໄຊ ແຂວງຫົວພັນ ເຮັດໃຫ້ຜູ້ກ່ຽວເສຍຊີວິດຄາທີ່ ສ່ວນຂໍ້ມູນ ເຫດການລາຍລະອຽດທີ່ພາໃຫ້ເກີດອຸບັດຕິເຫດນັ້ນ ທາງເຈົ້າໜ້າທີ່ກຳລັງສືບສວນ-ສອບສວນ.

ຈາກເຫດການທີ່ເກີດຂຶ້້ນໃນຄັ້ງນີ້ ທາງທິມງານຂອງພວກເຮົາ ຂໍສະແດງຄວາມເສຍໃຈ ມາຍັງຍາດຕິພີ່ນ້ອງຂອງຜູ້ກ່ຽວ ແລະ ຮຽກຮ້ອງມາຍັງຜູ້ນຳໃຊ້ລົດ, ເສັ້ນທາງໃນການສັນຈອນໄປມາ ຈົ່ງພ້ອມກັນຂັບຂີ່ລົດດ້ວຍຄວາມລະມັດລະວັງ ເພື່ອຄວາມປອດໄພ.

ທີ່ມາ

Related Posts

Leave a Reply

Your email address will not be published. Required fields are marked *