Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
🔥 ນັກສຶກສາຄູ ສູ້ເຖິງໄຊ ໄດ້ຮັບ ໃບປະກາສະນີຍະບັດ ກຽດນິຍົມ (ໃບປະກາດແດງ) 10 ຄົນ !!!
ໃນສົກສຶກສາ 2020-2021 ນັກສຶກສາຄູຈາກຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດສາມາດຍາດໄດ້ຮັບໃບປະກາສະນີຍະບັດ ກຽດນິຍົມ 10 ຄົນ ເຊິ່ງຈາກສາຂາຕ່າງໆຄື:
- ທ້າວຈ່ອຍ ແສງຄໍາ ຄູຈິດຕະວິທະຍາການສຶກສາ
- ທ້າວກຸ້ງມະນີ ປະທຸມທອງ ຄູຈິດຕະວິທະຍາການສຶກສາ
- ນາງໄໝໄຮ ແຊ່ຈາວ ຄູຄະນິດສາດ
- ທ້າວລີປໍເລົ່າ ຫວັງຕົງ ຄູຄະນິດສາດ
- ນາງຍອດ ນິດດາວັນ ຄູພາສາລາວ-ວັນນະຄະດີ
- ນາງຄູນຄໍາ ຫຼວງລາດ ຄູພາສາລາວ-ວັນນະຄະດີ
- ທ້າວໄຊຕິສັກ ສິງທະວົງ ຄູພາສາລາວ-ວັນນະຄະດີ
- ນາງດວງມາລາ ທອງສະຫວັນ ຄູພາສາລາວ-ວັນນະຄະດີ
- ທ້າວລໍທູ ເຢມະນີ ຄູການເມືອງ
- ທ້າວສຸກສະນະ ເພັງສະດາລາດ ຄູປະຫວັດສາດ
ທຸກໆຄົນລ້ວນແລ້ວແຕ່ມີຄວາມຮູ້ຄວາມສາມາດ ມີທັກສະໃນການຮຽນຮູ້, ການຄົ້ນຄວ້າແຕກຕ່າງກັນໄປ.
ທ້າວໄຊຕິສັກ ສິງທະວົງ ນັກສຶກສາຄູພາສາລາວ-ວັນນະຄະດີກ່າວວ່າ ຕົນເອງຮູ້ສຶກພາກພູມໃຈຫຼາຍທີ່ສາມາດຍາດປະກາສະນີຍະບັດກຽດນິຍົມ (ໃບປະກາດແດງ) ເຊິ່ງອີກຜົນງານໜຶ່ງຢູ່ໃນຮົ້ວມະຫາວິທະຍາໄລ ແລະ ກໍຄິດວ່າພໍ່ແມ່ຍາດຕິພີ່ນ້ອງກໍຄົງພູມໃຈເຊັ່ນດຽວກັນ.
ລາວກ່າວຕື່ມວ່າ ກ່ອນຈະໄດ້ໃບປະກາສະນີຍະບັດກຽດນິຍົມບໍ່ແມ່ນເລື່ອງງ່າຍ ແລະກໍ່ບໍ່ແມ່ນເລື່ອງຍາກ ພຽງແຕ່ຕັ້ງໃຈຮໍ່າຮຽນ, ຊອກສຶກສາຮຽນຮູ້ຈາກແຫຼ່ງຂໍ້ມູນອື່ນໆເປັນຕົ້ນ
ອິນເຕີເນັດ ຫຼື ຜູ້ທີ່ມີຄວາມຮູ້ປະສົບການ; ໃບປະກາສະນີຍະບັດກຽດນິຍົມທຸກໆຄົນສາມາດເປັນເຈົ້າຂອງໄດ້ ຖ້າເຮົາຕັ້ງໃຈ, ມຸ່ງໝັ້ນ, ດຸໝັ່ນສຶກສາຄົ້ນຄວ້າຮໍ່າຮຽນ.
ຂ່າວ: ໂຄສົກໄພວອນ
ພາບ: ສິງຄໍາ