“ສຶກສາອົບຮົມ ກຸ່ມໄວລຸ້ນ 8 ຄົນ ຕັ້ງວົງຊຸມແຊວ”ເວລາປະມານ 19:30 ໂມງ ວັນທີ 14 ກັນຍາ 2021

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


“ສຶກສາອົບຮົມ ກຸ່ມໄວລຸ້ນ 8 ຄົນ ຕັ້ງວົງຊຸມແຊວ”ເວລາປະມານ 19:30 ໂມງ ວັນທີ 14 ກັນຍາ 2021

ປກສ ກຸ່ມເພຍວັດ ໄດ້ສົມທົບກັບ ສນ 1191 ບຶງຂະຫຍອງ ແລະ ອໍານາດການປົກຄອງບ້ານໂພນສີນວນ ແກ້ໄຂກຸ່ມໄວລຸ້ນ ຈໍານວນ 8 ຄົນ ຍິງ 6 ຄົນ ທີ່ຕັ້ງວົງຊຸມແຊວດື່ມເບຍ ຢູ່ບໍລິສັດລາວອາຊຽນເຊົ່າສິນເຊື່ອ

ເຂດບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຊິ່ງເປັນການລະເມີດຕໍ່ແຈ້ງການ 37/ຈນວ ຈຶ່ງໄດ້ນໍາຕົວຂຶ້ນມາຫ້ອງການບ້ານໂພນສີນວນ ເພື່ອສຶກສາອົບຮົມກ່າວເຕືອນ ແລະ ມອບໃຫ້ອໍານາດການປົກຄອງບ້ານ ສືບຕໍ່ຕິດຕາມຄຸ້ມຄອງການປະພຶດຕໍ່ໄປ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາປະຊາຊົນລາວບັນດາເຜົ່າ ເວົ້າລວມ ເວົ້າສະເພາະແມ່ນຊາວນະຄອນຫຼວງວຽງຈັນ ຈົ່ງເປັນເຈົ້າການໃນການຮັກສາຄວາມສະຫງົບ ແລະ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້້ນ,

ການແຜ່ລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດຖ້າພົບເຫັນເຫດການໃດ ທີ່ເປັນສາເຫດກໍ່ຄວາມບໍ່ສະຫງົບໃນສັງຄົມ ລາຍງານມາເບີວອດແອັບ 020 2889 9774 ຫຼື ທາງ ເຟັສບຸກ ປກສ ນວ.

Related Posts

Leave a Reply

Your email address will not be published. Required fields are marked *