Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ທີມເຕັ້ນ DX-Seven ຈາກ ສປປ ລາວກວດລາງວັນຊະນະເລີດງານເທດສະການແຂ່ງຂັນ K-Pop ລະດັບໂລກ ປີ 2021
ຊົມເຊີຍ ທີມເຕັ້ນ DX-Seven ຈາກ ສປປ ລາວ ກວາດລາງວັນຊະນະເລີດ ງານເທດສະການແຂ່ງຂັນ K-Pop ລະດັບໂລກ ປີ 2021 ໄປຄອງ ຊຶ່ງຖືກຈັດເປັນທີມ ທີ່ມີການສະແດງ ດີທີ່ສຸດ (Best Performance Team)

ງານແຂ່ງຂັນ 2021 K-POP World Festival ເປັນງານແຂ່ງຂັນເຕັ້ນຄາເວີ້ ເພັງຂອງ ສ.ເກົາຫຼີ ທີ່ຫຍິ່ງໃຫຍ່ທີ່ສຸດຂອງໂລກ ຈັດຮ່ວມໂດຍ ກະຊວງການຕ່າງປະເທດ ແລະ ກະຊວງ ວັດທະນາທໍາ ກິລາ ແລະ ທ່ອງທ່ຽວ ຂອງ ສ.ເກົາຫຼີ, ສະຖານີໂທລະພາບ KBS ແລະ ເມືອງ Changwon.

ສະເພາະປີ 2021, ມີທັງໝົດ 71 ປະເທດ ສົ່ງຜົນງານທາງອອນລາຍ ເຂົ້າຮ່ວມ ການແຂ່ງຂັນ.

.

10 ທີມ ຈາກ 10 ປະເທດ ສາມາດ ຜ່ານເຂົ້າສູ່ຮອບຊິງຊະນະເລີດ ປະກອບມີ: Austria, Belarus, Canada, France, Laos, Latvia, Nigeria, Russia, Uruguay and the U.S.


.

ການປະກາດຜົນ ທີມຊະນະເລີດ ໄດ້ມີຂຶ້ນ ໃນວັນທີ 15/10/2021 ທາງອອນລາຍ YouTube ຂອງສະຖານີໂທລະພາບ (KBS WORLD TV) ໂດຍຜົນການແຂ່ງຂັນ ທີມ DX-Seven ຈາກ ສປປ ລາວ ໄດ້ຮັບລາງວັນທີ 1 ໄປຄອບຄອງ.

ທ່ານສາມາດເບິ່ງຕົວຢ່າງ ຜົນງານຂອງທີມເຕັ້ນ ຈາກ ສປປ ລາວ ໄດ້ທີ່:
ຄຣິບ1
ຊົມຄຼິບ 2