Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ລູກໃຫຍ່ເອົາເມຍໃຫ້! ແຕ່ລູກປະພໍ່ແມ່ ບໍ່ດູແລ ( ແມ່ຕູ້ພໍ່ຕູ້ ອາໃສຊາວບ້ານຊ່ວຍລ້ຽງ )
ເຖີງລູກຈະຢູ່ໃນສະພາບໃດ ຫົວໃຈຂອງພໍ່ແລະແມ່ບໍ່ເຄີຍຖີ້ມປະລູກ. ສວນພວກລູກ ຢາມພໍ່ແມ່ຫມົດສະພາບກາຍ ສ່ວນຫລາຍ ລູກໆຈະຫາຍງຽບໄປ.
ບັງຄົນກໍຫຍັງຖີ້ມລູກຂອງຕົນເອງໃຫ້ພໍ່ແມ່ຮັບພະລະ ຕໍ່ອີກ. ເບີງແລ້ວສົງສານໃນຄວາມເປັນພໍ່ແລະແມ່ເນາະ.ຍຸກພັກສປປລມີນະໂຍບາຍໃຫ້ເງີນເດືອນຜູ້ເຖົ້າບໍ່?

ຖ້າບໍ່ມີເງີນເຖົ້າ ບໍ່ມີລູກ ແລ້ວຈະໃຫ້ຜູ້ເຖົ້າໃນສະພາບແບບນີ້ ຢູ່ແບບບໍ່ສົມກັບມີມະນູດສະທັມ ເລີຍບໍ່? ໂຊກດີ ທີ່ຜູ້ເຖົ້ານີ້ຫຍັງມີຄົນບ້ານໄກ້ຄຽງສົງນໍ້າໃຈໃຫ້.
ຖ້າຜູ້ເຖົ້າໃດທີ່ບໍ່ສາມາດອາໃສຄົນບ້ານໄກ້ຄຽງເດ້ ຈະຢູ່ໃນສະພາບໃດ? ພັກພວກລັດບໍ່ມີນະໂຍບາຍ ຊ່ອຍເຫຼືອຜູ້ເຖົ້າບໍ່ ຄືພາກັນປ່ອຍປະລະເລີຍແບບນີ້?ພວກທີ່ມີນໍ້າໃຈຊ່ອຍບໍລີຈາກ ໄດ້ພຽງຄູ້ມຢູ່ຊົ່ວຄົ່ວ ແລະມື້ຕໍ່ໄປເດ້ຈະຢູ່ແບບໃດ?

ຄົນໃຈບູນກໍບໍ່ສາມາດຊ່ອຍຕະຫລອດໄປໄດ້ ພຽງໄດ້ຢູ່ຕໍ່ຊົ່ວຄົ່ວ. ຜູ້ສາມາດຊ່ອຍໄດ້ຕະຫຼອດການ ແມ່ນລູກໆ ຫຼືເປັນຫນ້າທີ່ຂອງພັກລັດທີ່ເກັບພາສີ. ຢາມປະຊາຊົນອອກແຮງກາຍບໍ່ໄດ້ແລ້ວ ຄວນໄດ້ຮັບການດູແລຈາກພັກພວກລັດ ເທົ່ານັ້ນ.
ບໍ່ແມ່ນຮູ້ແຕ່ເກັບ ກໍຕ້ອງຮູ້ຮັບຜິດຊອບນຳແນ່ເດີ້ ພັກລັດສປປລຄອມມູນີສ ເພາະບໍ່ແມ່ນຫນ້າທີ່ປະຊາຊົນຮັບຜິດຊອບຫນ້າທີ່ແທນເດີ້.
ຊົມຄຼິບ.