9 ຂໍ້ແນະນໍາ ທີ່ຄວນປະຕິບັດສຳລັບທຸກຄົນທີ່ຢູ່ບ້ານແດງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


9 ຂໍ້ແນະນໍາ ທີ່ຄວນປະຕິບັດສຳລັບທຸກຄົນທີ່ຢູ່ບ້ານແດງ

ທ່ານ ດຣ ຄຳໃສ ເດດລືໄຊ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ກ່າວວ່າ ປັດຈຸບັນຫຼາຍບ້ານກາຍເປັນບ້ານແດງ ແລະ ບ້ານທີ່ເປັນ ບ້ານແດງແມ່ນຈະມີປ້າຍບອກ ເພື່ອໃຫ້ປະຊາຊົນຄົນອື່ນຮັບຊາບວ່າ ນີ້ແມ່ນບ້ານແດງພ້ອມທັງມີເຈົ້າໜ້າທີ່ ເວນຍາມຕະຫຼອດ 24 ຊົ່ວໂມງ.

ໂດຍທົ່ວໄປແລ້ວ, ເມື່ອບ້ານໃດໜຶ່ງຖືກກຳນົດວ່າເປັນ ບ້ານແດງ ບ້ານດັ່ງກ່າວຈະຕ້ອງໄດ້ປະຕິບັດມາດຕະການປິດບ້ານ ບໍ່ໃຫ້ຄົນພາຍນອກເຂົ້າມາໃນບ້ານ ເພື່ອປ້ອງກັນການແຜ່ເຊື້ອ ຍົກເວັ້ນທີມແພດ ທີ່ມາເຮັດວຽກກ່ຽວຂ້ອງກັບພະຍາດໂຄວິດ-19 ສວ່ນປະຊາຊົນທຸກຄົນທີ່ຢູ່ບ້ານແດງ ຄວນປະຕິບັດເຊັ່ນນີ້:

1. ຕ້ອງໄດ້ພ້ອມໃຈກັນ ຢູ່ເຮືອນ ບໍ່ອອກຈາກບ້ານ ແລະ
ບໍ່ຄົບຄົນອື່ນ.

2. ບໍ່ອະນຸຍາດໃຫ້ການຈັດງານສັງສັນ ຊຸມແຊວໃດໆ.

3. ຊາວບ້ານ, ບ້ານແດງ ແມ່ນຕ້ອງໄດ້ປົກປ້ອງຕົນເອງ ເປັນພິເສດ ແລະ ເຂັ້ມງວດ ໂດຍການໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມື, ຢູ່ຫ່າງກັນຢ່າງໜ້ອຍ 1 ແມັດ ຂຶ້ນໄປ ແລະ ສະມາຊິກຄອບຄົວ ຄວນແຍກກັນກິນເຂົ້າ, ກິນໃຜກິນມັນ.

4. ໃຫ້ການຈັດຕັ້ງບ້ານຮັບຜິດຊອບໃນການຊ່ວຍຈັດຊື້ ເຄື່ອງອຸປະໂພກ, ບໍລິໂພກໃຫ້ແກ່ຄອບຄົວ ຫຼື ເຮືອນທີ່ມີຜູ້ຕິດເຊື້ອ.

5. ຖ້າມີພະນັກງານ-ລັດຖະກອນ ສັງກັດຢູ່ບ້ານແດງ ດີ ທີ່ສຸດຄວນຢຸດໄປເຮັດວຽກຢູ່ຫ້ອງການຊົ່ວຄາວ ແຕ່ ເລືອກວິທີເຮັດວຽກຢູ່ເຮືອນແທນ, ສຳລັບບາງໜ້າວຽກ ທີ່ຂາດບໍ່ໄດ້ ຕ້ອງເຮັດຢູ່ຫ້ອງການເທົ່ານັ້ນ, ກໍ່ຄວນຈະໄດ້ແຈ້ງນາຍບ້ານ ເພື່ອຂໍເອກກະສານຢັ້ງຢືນເພື່ອ ອອກ-ເຂົ້າບ້ານ ຫຼື ມີເອກະສານຢັ້ງຢືນຈາກຫ້ອງການ ເພີ່ມເຕີມຍິ່ງດີ.

6. ປະຊາຊົນບ້ານແດງ ທີ່ມີສ່ວນພົວພັນໃກ້ຊິດ ກັບຄົນ ຕິດເຊື້ອ ກໍ່ຄວນໄດ້ກະກຽມທາມລາຍຂອງຕົນໃຫ້ຈະ ແຈ້ງ ແລະ ຖືກຕ້ອງ ເພື່ອການສອບສວນຂອງແພດ ຈະບໍ່ໃຊ້ເວລາຫຼາຍ, ຈາກນັ້ນ, ກໍ່ຕຽມຄວາມພ້ອມ ເພື່ອໃຫ້ ແພດເກັບຕົວຢ່າງໄປກວດ. ໃນຂະນະດຽວກັນ ກໍ່ຕ້ອງ ແຍກຕົວຈາກຄົນອື່ນໃຫ້ຄົບ 2 ອາທິດ ເຖິງວ່າຈະໄດ້ຮັບການຢັ້ງຢືນການກວດວ່າເປັນຜົນລົບກໍ່ຕາມ.

7. ປະຊາຊົນບ້ານແດງ ທີ່ຍັງບໍ່ທັນໄດ້ສັກວັກຊີນ ກໍ່ກຽມ ຕົວເອງ ເພື່ອແພດຈະໄດ້ເຄື່ອນທີ່ໄປສັກວັກຊີນຢູ່ກັບ ບ້ານເລີຍ.

8. ສໍາລັບຄອບຄົວຂອງຄົນຕິດເຊື້ອ ທີ່ຢູ່ບ້ານແດງ ຄວນ ໄດ້ທໍາຄວາມສະອາດ ແລະ ຂ້າເຊື້ອຢູ່ໃນເຮືອນຕົນເອງ, ໂດຍການເຊັດຖູດ້ວຍນໍ້າຢາຂ້າເຊື້ອໃນຈຸດທີ່ບໍ່ສາມາດ ເຊັດຖູໄດ້ ສາມາດສີດຜົ່ນຢາຂ້າເຊື້ອໄດ້ ແຕ່ສະມາຊິກ ທັງໝົດໃນຄອບຄົວຕ້ອງອອກມາລໍຖ້າຢູ່ເດີ່ນເຮືອນ ແລະ ລໍຖ້າຈົນກວ່າການສີດຜົ່ນນັ້ນເຫີຍແຫ້ງ ຈຶ່ງເຂົ້າໄປໃນເຮືອນ ເພື່ອຫຼີກເວັ້ນ ຜົນກະທົບຂອງຢາຂ້າເຊື້ອຕໍ່ຜິວໜັງ ແລະ ລະບົບຫາຍໃຈຂອງທຸກຄົນ.

9. ບ້ານແດງ ຈະກາຍເປັນບ້ານເຫຼືອງ ໃນເມື່ອການປະຕິບັດມາດຕະການປິດບ້ານໄດ້ຄົບ 14 ວັນ ແລະ ບໍ່ມີເຫດການແຜ່ເຊື້ອໃນບ້ານດັ່ງກ່າວໃນເວລາ 14 ວັນດັ່ງ
ກ່າວ.

Related Posts

Leave a Reply

Your email address will not be published. Required fields are marked *