Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຂປລ.ສຳນັກຂ່າວ ຣອຍເຕີ,ວັນທີ19ຕຸລາ2021,ອົງການ ອະນາໄມໂລກ(WHO)ຕ້ອງການໃຫ້ປະເທດທຸກຍາກ ເຂົ້າເຖິງວັກຊິນ,ການກວດຫາ ເຊື້ອພະຍາດ ແລະ ຢາປິ່ນປົວໂຄວິດ-19 ໃນລາຄາ ທີ່ເໝາະສົມ ປະມານ10ໂດລາສະຫະລັດ ພາຍຫລັງ ຮ່າງເອກະສານ ຂອງອົງການອະນາໄມໂລກ
ໄດ້ກຳນົດເປົ້າໝາຍ ຂອງໂຄງການທົດລອງ ໃນການເຂົ້າເຖິງ ເຄື່ອງມື ໂຄວິດ-19(ACT-A) ຈົນເຖິງເດືອນກັນຍາ ປີໜ້າວ່າ: ຕ້ອງສົ່ງມອບ ຊຸດກວດໃຫ້ແກ່ ປະເທດ ທຸກຍາກ ປະມານ1.000 ລ້ານຊຸດ ແລະ ຈັດຫາ ຢາປິ່ນປົວ ໃຫ້ແກ່ ຜູ້ຕິດເຊື້ອ ສູງສຸດ 120ລ້ານຄົນ
ຈາກທັງໝົດ200 ລ້ານຄົນ ທີ່ຄາດວ່າ ຈະເປັນຜູ້ຕິດເຊື້ອ ລາຍໃໝ່ ທົ່ວໂລກ ພາຍໃນປີ2022 ເຊິ່ງຢາປິ່ນປົວ ໂຄວິດ-19 ຊະນິດ ແບບຮັບປະທານ ຊື່ວ່າ ໂມລນູພິລາເວຍ(mole nupiravir) ພວມ ຢູ່ລະຫວ່າງ ການທົດລອງຂອງເມີ(Merck) ເປັນບໍລິສັດ ການຢາ ຂອງສ.ອາເມລິກາ ./.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ