Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສູດມົນ ແລະ ເຮັດບຸນອອນລາຍ ທາງເລືອກໃຫມ່ໃນຍຸກໂຄວິດ-19
ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວໃນຖະແຫຼງຂ່າວ ປະຈຳວັນທີ 20 ຕຸລາ 2021 ວ່າ: ໃນງານບຸກປະເພນີອອກພັນສາ ປະວໍລະນາທີ່ໄດ້ຮອບວຽນມາໃນປີນີ້ ຂໍໃຫ້ທຸກຄົນ ທຸກຄອບຄົວມີສະຕິທີ່ສຸດໃນການໄປຮ່ວມສິນກິນທານຢູ່ວັດ ແຕ່ລະບ້ານ ຄວນໄດ້ປະກາດໃຫ້ລູກບ້ານ ຊາບກ່ຽວກັບກິດຈະກໍາຂອງວັດ.

ອົງການພຸດທະສາດສະໜາສໍາພັນລາວ ໄດ້ລິເລີ່ມ ພິທີການໄຫ້ວພະສູດມົນແບບໃໝ່ຜ່ານທາງອອນລາຍ ນີ້ເປັນທາງເລືອກທີ່ດີທີ່ສຸດໃນການເຮັດບຸນ ໃນໄລຍະທີ່ມີການລະບາດພະຍາດໂຄວິດ -19
ເຖິງວ່າຈະເປັນບ້ານແດງ ຫຼື ບ້ານບໍ່ແດງກໍ່ຕາມ ການຮ່ວມທານ ຂອງຄອບຄົວທີ່ມີສັດທາ ກໍ່ສາມາດດໍາເນີນຜ່ານການໂອນເງິນອອນລາຍຜ່ານລະບົບທະນາຄານ ສ່ວນທາງວັດເອງ ກໍ່ສາມາດໃຫ້ພອນແກ່ອອກຕົນຍາດໂຍມ ຜ່ານທາງອອນລາຍໄດ້ເຊັ່ນກັນ

ຂໍໃຫ້ບຸນອອກພັນສາປີນີ້ ເປັນງານບຸນທີ່ທຸກຄົນໄດ້ຮ່ວມບຸນທີ່ແທ້ຈິງແຕ່ບໍ່ເປັນການສ້າງບາບ ໂດຍການເອົາເຊື້ອພະຍາດໄປແຜ່ໃນວັດ ຫຼື ໃຫ້ຄົນອື່ນໆໃນສັງຄົມ ລວມທັງເປັນການໂມທະນາບຸນໃຫ້ຕົນເອງ ແລະ ຄອບຄົວ ໂດຍການບໍ່ໄປຕິດເອົາເຊື້ອ ແລ້ວນໍາເຂົ້າມາສູ່ຄອບຄົວ ເດັດຂາດ.
ຖ້າເຮັດໄດ້ດີ ພວກເຮົາທຸກຄົນ ຈຶ່ງຈະບໍ່ຕົກຢູ່ໃນສະພາບການລະບາດຢ່າງໄວວາ ແລະ ລາມກວ້າງ ເໝືອນດັ່ງທີ່ເຄີຍໄດ້ປະສົບ ຜ່ານການຮ່ວມບຸນປີໃໝ່ລາວ ໃນເດືອນ 4 ຜ່ານມານີ້.