Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ພົບ 650 ເປົ້າໝາຍ ຍັກຍອກເສຍຫາຍ 1.562 ຕື້ກີບ
ອົງການກວດກາແຫ່ງລັດ ແລະອົງການຕ້ານການສໍ້ລາດບັງຫຼວງຂັ້ນຕ່າງໆກໍ່ຄືພາກສ່ວນກ່ຽວຂ້ອງໄດ້ມີຄວາມພະຍາຍາມ ແລະສຸມໃສ່ການກວດກາໃນປີ 2020 ທັງຫມົດມີ 650 ເປົ້າຫມາຍ, ພົບເຫັນຜົນເສຍຫາຍ 1.561,25 ຕື້ກີບ: 147.387 ໂດລາ ເກັບກູ້ຄືນໄດ້ 32,89 ຕື້ກີບ, 116.896 ໂດລາ, ມີທີ່ດີນ 19 ຕອນ;
ຕົດຕາມກວດກາການປະຕິບັດຄໍາສັ່ງເລກທີ 15/ນຍ, ຢືດໄມ້ໄດ້ 2.605 ແມັດກ້ອນ ແລະ 290,96 ໂຕນ ຂາຍແລ້ວ 2.073 ແມັດກ້ອນ ແລະ 0,59 ໂຕນ ລວມມູນຄ່າ 5,8 ຕື້ກວ່າກີບ ມອບເຂົ້າງົບປະມານແລ້ວ 2,9 ຕື້ກີບ, ຄ້າງ ມອບ 2,99 ຕື້ກີບ,ມີຜູ້ກະທໍາຜິດ 25 ຄົນ;
ຍັງຄ້າງພັນທະໄມ້ 121.120,861 ແມັດກ້ອນ, ມູນຄ່າ 88,57 ຕື້ ກວ່າກີບ ແລະ 2,87 ລ້ານກວ່າໂດລາ;
ໄມ້ຄ້າງໂຮງງານ146.909 ກວ່າແມັດກ້ອນ; ໂຮງງານປຸງແຕ່ງໄມ້ສ້າງຕັ້ງບໍ່ຖືກຕ້ອງ 2.788 ແຫ່ງ,
ໃນນີ້ໄດ້ຍຸບເລີກແລ້ວ 1.636 ແຫ່ງ.
ສໍາລັບວຽກຕ້ານ ແລະສອບສວນການສໍ້ລາດບັງຫຼວງໃນປີ 2020 ໄດ້ເຜີຍແຜ່ນິຕິກໍາກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ສະມາຊິກພັກ, ພະນັກງານ ແລະເປົ້າຫມາຍຕ່າງໆ 828 ຄັ້ງ, ມີຜູ້ເຂົ້າຮ່ວມ 119.179 ຄົນ ແລະວຽກການສືບສວນ-ສອບສວນຄະດີສໍ້ລາດບັງຫຼວງໄດ້ດໍາເນີນຄະດີສໍ້ລາດບັງຫຼວງ ທັງຫມົດ 5 ລາຍຄະດີ ໃນນັ້ນມີຜູ້ຖືກດໍາເນີນຄະດີ 24 ຄົນ (ພະນັກງານລັດ 18 ຄົນ);
ມູນຄ່າເສຍຫາຍ 208,13 ຕື້ກວ່າກີບ, 331,83 ລ້ານກວ່າບາດ, 14,03 ລ້ານ ກວ່າໂດລາ; ເກັບກູ້ໄດ້ແລ້ວ 14,04 ຕື້ກວ່າກີບ, 4,14 ລ້ານກວ່າບາດ, ສະເພາະວຽກການຕິດຕາມ, ກວດກາການປະຕິບັດຜົນຂອງການກວດກາໃນປີ 2020 ໄດ້ຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດກາຕາມຜົນການກວດສອບ 191 ໂຄງການມູນຄ່າ 2.095,45 ຕື້ກີບ,
ໃນນີ້,ໄດ້ຫັກລົບແລ້ວ 141 ໂຄງການ, ມູນຄ່າ 1.574,70 ຕື້ກີບ, ຍັງຄ້າງ 50 ໂຄງການ, ມູນຄ່າ 520,76 ຕື້ກີບ; ໄດ້ແກ້ໄຂສໍາເລັດ 3 ກະຊວງ, 8 ແຂວງ-ນະຄອນຫຼວງວຽງຈັນ.
ອີງຕາມຂໍ້ມູນຈາກວາລະສານກວດກາ (02.07.2021) ກ່ຽວກັບມອບ-ຮັບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ໃນຕົ້ນເດືອນ07.2021 ລະຫວ່າງຄະນະ ສະເພາະກິດຂັ້ນສູນກາງກັບ 3 ກະຊວງກ່ຽວຂ້ອງໂດຍຜ່ານການປະຕິບັດຄໍາສັ່ງດັ່ງກ່າວໃນໄລຍະ 5 ປີ ຜ່ານມາ(2016-2020) ໄດ້ດໍາເນີນການກວດກາການສົ່ງໄມ້ ທັງຫມົດ 12 ຄັ້ງ
ໃນນີ້ມີລົດບັນທຸກໄມ້ສົງອອກໄປຕ່າງປະເທດ 91 ຄັນລົດ ແລະ 1 ລໍາເຮືອ, ກວດກາການເຄື່ອນຍ້າຍໄມ້ພາຍໃນປະເທດຈາກນະຄອນຫຼວງວຽງຈັນ ໄປແຂວງຊຽງຂວາງ 1 ຄັນລົດ, ຈາກແຂວງໄຊຍະບູລີໄປຊຽງຂວາງ 1 ຄັນລົດ ແລະກວດກາການນໍາໃຊ້ເອກະສານໄມ້ປອມ 12 ສະບັບຢູ່ແຂວງອັດຕະປື;
ທັງຫມົດນີ້, ພົບເຫັນຜົນເສຍຫາຍ ແລະເກັບກູ້ຄືນໄດ້ຈໍານວນ 8.037 ກວ່າແມັດກ້ອນ, ນຸນຄ່າປະມານ 45 ຕື້ກວ່າກີບ.
ກວດກາຕາມການສະເຫນີຂອງພົນລະເມືອງດີ 8 ຄັ້ງ, ມີຜົນເສຍຫາຍ ແລະເກັບກູ້ຄືນໄດ້ 2.580 ກວ່າເເມ້ດກ້ອນ, ມູນຄ່າປະມານ 17 ຕື້ກວ່າກີບ;
ສົມທົບຂະແຫນງການກ່ຽວຂ້ອງຂອງນະຄອນຫຼວງວຽງຈັນດໍາເນີນການກວດກາໂຮງງານປຸງແຕ່ງໄມ້, ຮ້ານຂາຍໄມ້ ແລະສະກັດກັ້ນການລັກລອບເຄື່ອນຍ້າຍໄມ້, ຊື້-ຂາຍໄມ້ຜິດກົດຫມາຍ ແລະສາງເກັບມ້ຽນໄມ້ 4 ໂຮງງານທັງຫມົດ 17 ຄັ້ງ, ພົບເຫັນໄມ້ບໍ່ຖືກຕ້ອງ 621 ກວ່າແມັດກ້ອນ, ມີຜູ້ກະທໍາຜິດ 19 ຄົ້ນ, ຢືດພາຫະນະ 11 ຄັນ;
ຊຸກຍູ້ຄະນະສະເພາະກິດຂັ້ນແຂວງກວດກາວັດແທກຂື້ນບັນຊີໄມ້ທີ່ຖືກຕ້ອງ 262.329 ກວ່າແມັດກ້ອນ ແລະ 2.515 ກວ່າໂຕນ, ໄດ້ເຮັດສັນຍາຊື້-ຂາຍແລ້ວ 237.789 ກວ່າແມັດກ້ອນ ແລະ 325 ກວ່າໂຕນ ມູນຄ່າ 79,28 ຕື້ກວ່າກີບ ແລະ 10,669.151 ກວ່າໂດລາ, ມອບຮັບແລ້ວ 176.123 ກວ່າແມັດກ້ອນ ແລະ 325 ກວ່າໂຕນ ມູນຄ່າ 45,02 ຕື້ກວ່າກີບ ແລະ 5.864.052 ກວ່າໂດລາ, ຍັງຄ້າງມອບ 81.885 ກວ່າແມັດ ກ້ອນມູນຄ່າ 34,26 ຕື້ກວ່າກີບ ແລະ 4.805.099 ກວ່າ ໂດລາ, ຍັງບໍ່ທັນປະມູນ 24.539 ກວ່າແມັດກ້ອນ ແລະ 2.189 ກວ່າໂຕນ.
ຄະນະສະເພາະກົດຂັ້ນແຂວງກວດກາພົບເຫັນໄມ້ຜິດກົດຫມາຍ 102.458 ກວ່າແມັດກ້ອນແລະ 848 ກວ່າໂຕນ, ໄດ້ດໍາເນີນຄະດີຕໍ່ຜູ້ກະທໍາຜີດພ້ອມທັງຮົບໄມ້ ເປັນຂອງລັດ ແລະເຮັດສັນຍາຊື້-ຂາຍແລ້ວ 85.892 ກວ່າແມັດກ້ອນ ແລະ 487 ກວ່າໂຕນມູນຄ່າ 198,92 ຕື້ກວ່າກີບ ແລະ1.794.715 ກວ່າໂດລາ, ມອບຮັບແລ້ວ 66.357 ກວ່າແມັດກ້ອນ ແລະ 487 ກວ່າໂຕນ, ມູນຄ່າ154,57 ຕື້ກວ່າກີບ ແລະ 1.741.952 ກວ່າໂດລາ, ຍັງຄ້າງມອບ 19.335 ກວ່າແມັດກ້ອນ ມູນຄ່າ 42,35 ເຕື້ກວ່າກີບ ແລະ 52.762 ກວ່າໂດລາ, ຍັງບໍ່ທັນປະມຸນ 18.765 ກວ່າແມັດກ້ອນ ແລະ 360 ກວ່າໂຕນ.
ພ້ອມນັ້ນ, ຄະນະສະເພາະກົດຂັ້ນແຂວງໄດ້ກວດກາດັດສົມອຸດສາຫະກໍາປຸງແຕ່ງໄມ້ ແລະທຸລະກົດໄມ້ແບບຄອບຄົວຈົ່ງເຫັນໄດ້ວ່າກ່ອນການຈັດຕັ້ງປະຕິບັດຄໍາສັງເລກທີ 15/ນຍ, ມີທັງຫມົດ 3.454 ແຫ່ງ, ຜ່ານການກວດກາໄດ້ອອກຂໍ້ຕົກລົງຍຸບເລີກ 2.364 ແຫ່ງ, ປະຈຸບັນຍັງເຫຼືອ 1.090 ເເຫ່ງ;
ໄດ້ດໍາເນີນການຕິດຕາມ ການສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບນັບແຕ່ປີ 2018- 2020 ລວມທັງຫມົດ 297.708 ກວ່າ ແມັດກ້ອນ ມູນຄ່າ 127.523.722 ໂດລາ;
ນອກນັ້ນ, ຍັງໄດ້ກວດກາພົບເຫັນໄມ້ຄ້າງໂຮງງານ 224.827 ກວ່າແມັດກ້ອນ ແລະ1.227 ກວ່າໂຕນ, ຜ່ານການດໍາເນີນການກວດກາພົບເຫັນການລະເມີດກົດຫມາຍ ແລະລະບຽບການປ່າໄມ້ມີທັງຫມົດ 570 ກໍລະນີໃນນີ້ມີພະນັກງານ 482 ຄົນ, ຜູ້ປະກອບການ 136 ຄົນ, ປະຊາຊົນ 527 ຄົນ
ໃນຈໍານວນດັ່ງກ່າວໄດ້ດໍາເນີນຄະດີ ແລະສັ່ງຟ້ອງຂື້ນ ສານ 42 ກໍລະນີ, ສານຕັດສິ້ນແລ້ວ 3 ກໍລະນີ, ສ່ວນເຫຼືອນັ້ນໄດ້ສຶກສາອົບຮົມ ແລະປັບໄຫມ;
ນອກນັ້ນຍັງພົບອຸປະກອນ ແລະພາຫະນະກະທໍາຜິດມີຈັກຕັດໄມ້ 15.549 ເຄື່ອງ, ໂຕະຊອຍໄມ້ 72 ເຄື່ອງ, ອາໄຫຼ່ ຈັກຕັດໄມ້ 1.744 ເຄື່ອງ, ລົດສະແລວ 150 ຄັນ, ລົດບັນທຸກ138 ຄັນ, ລົດກະບະຈົບ 151 ຄັນ, ລົດເມ 16 ຄັນ, ລົດຕູ້ 5 ຄັນ, ລົດດາມຸ ດ12 ຄັນ, ລົດໄຖນາ 75 ຄັນ, ລົດຊື້ງ 3 ຄັນ ແລະລົດຈັກ 93 ຄັນ.
ແຫຼ່ງຂໍ້ມູນ:
ໜັງສືພິມເສດຖະກິດ-ສັງຄົມ
ລິ້ງທີ່ມາ: http://www.sethakit-psx.la/detail9532.html