Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໄທ ກວດພົບແມ່ມານຕິດເຊື້ອພະຍາດໂຄວິດ-19ເກືອບ 5.000 ຄົນ
ຂປລ.ຕາມຂ່າວຈາກ cri ຂອງຈີນ,ເຈົ້າໜ້າທີ່ ກະຊວງ ສາທາລະນະສຸກ ຂອງໄທ ເປີດເຜີຍວ່າ:ໄລຍະ 6 ເດືອນທີ່ຜ່ານມານີ້, ໄທ ກວດພົບ ແມ່ມານ ຈຳນວນ 4.778 ຄົນ ໄດ້ຕິດເຊື້ອ ພະຍາດ ໂຄວິດ-19, ໃນນັ້ນ

ແມ່ມານ 95 ຄົນເສຍຊີວິດ, ລູກໃນຄັນ 46 ຄົນ ເສຍຊີວິດ ສ່ວນໃຫຍ່ ຢູ່ນະຄອນຫລວງ ບາງກອກ ແລະ ເຂດອ້ອມຂ້າງ ທີ່ມີສະພາບການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ທີ່ໜັກໜ່ວງ, ແມ່ມານທີ່ ເສຍຊີວິດ ເກືອບໝົດ ທຸກຄົນ ບໍ່ໄດ້ສັກວັກຊິນ ປ້ອງກັນ ໂຄວິດ-19.
ຕາມການ ຄາດຄະເນວ່າ: ຮອດທ້າຍປີນີ້, ຈະມີແມ່ມານທີ່ຖືພາ 12 ອາທິດຂຶ້ນໄປ ຢູ່ໄທເກືອບ 300.000ຄົນ. ກ່ອນໜ້ານີ້, ກະຊວງ ສາທາລະນະສຸກ ຂອງໄທ ໄດ້ຮຽກຮ້ອງ ໃຫ້ແມ່ມານ ທີ່ຖືພາ 12 ອາທິດ ຂຶ້ນໄປ ສັກວັກຊິນ ປ້ອງກັນ ໂຄວິດ-19 ໂດຍໄວ, ເພື່ອຫລຸດຜ່ອນ ອັດຕາ ອາການໜັກ ແລະ ເສຍຊີວິດ ພາຍຫລັງ ຕິດເຊື້ອ ໂຄວິດ-19 ເພື່ອຄວາມປອດໄພ ດ້ານຊີວິດ ຂອງຕົນເອງ ແລະ ລູກໃນຄັນ.

ປັດຈຸບັນ, ທົ່ວປະເທດໄທ ມີແມ່ມານ 750.000 ໝື່ນຄົນ ໄດ້ສັກວັກຊີນແລ້ວ, ກວມເອົາ ປະມານ25%./.
ຮຽບຮຽງຂ່າວໂດຍສະໄຫວ ລາດປາກດີ