Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ວັກຊິນໄຟເຊີ ສ້າງພູມຕ້ານທານໂຄວິດ-19ໃຫ້ກຸ່ມອາຍຸ12-18ປີໄດ້ເຖິງ93%
ຂປລ.ເມື່ອບໍ່ດົນມານີ້,ສູນຄວບຄຸມ ແລະ ປ້ອງກັນ ພະຍາດ ຂອງ ສ.ອາເມລິກາ ເປີດເຜີຍ ຜົນການວິເຄາະ ວັກຊິນ ປ້ອງກັນ ໂຄວິດ-19 ຂອງໄຟເຊີ/ໄບອອນເທັກ ມີປະສິດ ທິພາບ ປ້ອງກັນ ອັດຕາ ການປິ່ນປົວ ໃນໂຮງໝໍ ໄດ້ສູງເຖິງ93%

ໃນກຸ່ມຜູ້ທີ່ມີອາຍຸ 12-18ປີ ເຊິ່ງເປັນຂໍ້ມູນ ທີ່ສຳຄັນ ຂອງການສັກ ວັກຊິນ ປ້ອງກັນ ເຊື້ອພະຍາດ ໂຄວິດ-19 ເພື່ອປົກປ້ອງ ເຍົາວະຊົນ ຈາກການລະບາດ ຮຸນແຮງ ຂອງພະຍາດ ດັ່ງກ່າວ.

ຂະນະນີ້ ໜ່ວຍງານ ກຳກັບເບິ່ງແຍງ ຂອງ ສ.ອາເມລິກາ ອະນຸມັດ ໃຫ້ໃຊ້ ວັກຊິນ ຂອງໄຟເຊີ/ໄບອອນເທັກ ໃນຜູ້ທີ່ມີອາຍຸ 12ປີຂຶ້ນໄປ ແລະ ພວມສະເໜີ ຂໍອະນຸມັດ ໃຊ້ວັກຊິນ ໃນກຸ່ມເດັກ ອາຍຸ5-11ປີ ພາຍໃນ ທ້າຍເດືອນນີ້./.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ
ຈາກ:ປະເທດລາວ