ຈະບໍ່ມີ Facebook ອີກຕໍ່ໄປແລ້ວ ເພາະຈະປ່ຽນຊື່ໃໝ່ອາທິດໜ້າ 28 ຕຸລາ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຈະບໍ່ມີ Facebook ອີກຕໍ່ໄປແລ້ວ ເພາະຈະປ່ຽນຊື່ໃໝ່ອາທິດໜ້າ 28 ຕຸລາ

ມີຂໍ້ມູນອອກມາຈາກສື່ຕ່າງປະເທດຊື່ດັງຢ່າງ The Verge ອອກມາບອກວ່າ Facebook ກຽມທີ່ຈະຕັ້ງຊື່ບໍລິສັດໃໝ່ (rebrand) ໂດຍຈະໃຫ້ກາຍເປັນບໍລິສັດລູກທີ່ຢູ່ພາຍໃຕ້ບໍລິສັດແມ່ໃຫຍ່ອີກຄັ້ງໜຶ່ງ ໂດຍຄາດວ່າ Mark Zuckerberg

ຈະອອກມາຖະແຫຼງພ້ອມປະກາດຊື່ໃໝ່ຢ່າງເປັນທາງການໃນວັນທີ 28 ຕຸລາ ນີ້ ໃນການປະຊຸມ Connect ປະຈຳປີຂອງທາງບໍລິສັດ, ເຊິ່ງຈາກຂ່າວຍັງບອກອີກວ່າ ຕອນນີ້ຊື່ໃໝ່ເປັນຄວາມລັບລະດັບສູງແມ້ກະທັງຜູ້ບໍລິຫານລະດັບສູງຫຼາຍຄົນກໍຍັງບໍ່ຮູ້.

ໂດຍການຣີແບຣນ (rebrand) ຄັ້ງນີ້ທ່ານ Mark Zuckerberg ໄດ້ບອກໄວ້ວ່າ ເຮົາຕ້ອງການຈະປ່ຽນຄວາມຄິດຄົນໃຫ້ຈາກທີ່ເຄີຍເບິ່ງວ່າເຮົາເປັນບໍລິສັດສື່ສັງຄົມອອນລາຍ ຫຼື Social Media ມາເປັນ Metaverse ທີ່ປຽບເໝືອນພື້ນທີ່ທີ່ເຮັດໃຫ້ຄົນເຮົາເຂົ້າມາໂອ້ລົມຕິດຕໍ່ຫາກັນໄດ້ແມ້ຈະຢູ່ຄົນລະໂລກກໍຕາມ, ເຊິ່ງຖືວ່າເປັນໜຶ່ງໃນສິ່ງທີ່ສຳຄັນຂອງກ້າວຕໍ່ໄປສຳລັບໂລກ Internet ເທິງມືຖື.

ເຮົາກໍມາລໍເບິ່ງນຳກັນວ່າ Facebook ຈະປ່ຽນຊື່ວ່າແນວໃດ ໃນວັນທີ 28 ຕຸລາ ນີ້ ແລະຄາດວ່າການປ່ຽນແປງໃນຄັ້ງນີ້ອາດຈະມີສິ່ງອື່ນທີ່ຍິ່ງໃຫຍ່ຕາມມານຳອີກຢ່າງແນ່ນອນ, ຈະເປັນແນວໃດນັ້ນ ຖ້າຕິດຕາມເບິ່ງນຳກັນ

ທີ່ມາ: Reuters
The LAOS TODAY

Related Posts

Leave a Reply

Your email address will not be published. Required fields are marked *