Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ແຊຣ໌ບອກຕໍ່ໂຮງງານນ້ຳກ້ອນທ້າວໂບມີພະນະງານຕິດໂຄວິດແລ້ວ
ໂຮງງານນໍ້າກ້ອນ ທ້າວໂບ້! ຫຼັງຈາກໄດ້ຮັບແຈ້ງວ່າພະນັກງານຕິດໂຄວິດ-19 ກໍ່ເລັ່ງສະກັດກັ້ນ ໂຮງງານນໍ້າກ້ອນ ທ້າວໂບ້ ໄດ້ໃຫ້ຮູ້ວ່າ: ຫຼັງຈາກໄດ້ຮັບແຈ້ງວ່າມີພະນັກງານ ຖືກກັກບໍລິເວນຢູ່ທີ່ຫ້ອງພັກຂອງພະນັກງານເອງນັ້ນ ວ່າຖືກກວດພົບເຊື້ອພະຍາດໂຄວິດ-19 ເຊິ່ງພະນັກງານຜູ້ທີ່ຕິດເຊື້ອທັງໝົດແມ່ນໄດ້ຮັບການສັກວັກຊີນຄົບສອງເຂັມແລ້ວ

ແນວນັ້ນແລ້ວ, ໂຮງງານກໍ່ໄດ້ແຍກປ່ຽວພະນັກງານ ແລະ ມີການກວດຫາເຊື້ອພະຍາດທັນທີ, ສຳລັບພະນັກງານຜູ້ທີ່ຕິດເຊື້ອແມ່ນກໍາລັງໄດ້ຮັບການປິ່ນປົວຢ່າງໃກ້ຊິດໃນສະຖານທີ່ທີ່ພັກລັດໄດ້ຈັດສັນໄວ້ ໄດ້ມີການປະຕິບັດຕາມຂັ້ນຕອນທີ່ຈໍາເປັນໃນການແຍກປ່ຽວຕົນເອງ ລວມເຖິງສະມາຊິກໃນຄອບຄົວທັນທີພາຍຫຼັງທີ່ໄດ້ຮູ້ວ່າໂຕເອງມີຄວາມສ່ຽງ
ນີ້ແມ່ນເຫດການທຳອິດທີ່ພະນັກງານຂອງ ໂຮງງານນໍ້າກ້ອນທ້າວໂບ້ ຫຼືວ່າ (BO ICE) ກວດພົບເຊື້ອໂຄວິດ-19, ຢ່າງໃດກໍ່ຕາມ ກ່ອນໜ້ານັ້ນໂຮງງານນ້ຳກ້ອນ ທ້າວໂບ້ ກໍ່ໄດ້ປະຕິບັດຄໍາສັ່ງຂອງລັດຖະບານຢ່າງເຂັ້ມງວດເພື່ອຄວບຄຸມ ພ້ອມຂ້າເຊື້ອໃນພື້ນທີ່ເຮັດວຽກເປັນປະຈໍາ ແລະພະນັກງານທັງໝົດໃນ ໂຮງງານນໍ້າກ້ອນ ທ້າວໂບ້ ກໍ່ໄດ້ຮັບວັກຊີນຄົບຕາມຈຳນວນ.

Cr:ຂ່າວທົວໄປ