ທະນາຄານໂລກ ເຕືອນລາຄາພະລັງງານເພີ່ມຂຶ້ນ ມີຄວາມສ່ຽງເກີດເງິນເຟີ້

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ທະນາຄານໂລກ ເຕືອນລາຄາພະລັງງານເພີ່ມຂຶ້ນ ມີຄວາມສ່ຽງເກີດເງິນເຟີ້

ຂປລ.ອ້າງຕາມຂ່າວ ຊິນຮວາຂອງ ຈີນ, ເມື່ອບໍ່ດົນມານີ້, ທະນາຄານໂລກ ຄາດວ່າ ລາຄາ ພະລັງງານ ອາດຈະເພີ່ມຂຶ້ນ ຫລາຍກວ່າ 80% ໃນປີ 2021 ແລະ ຈະສືບຕໍ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງໃນປີ 2022.

ນັກເສດຖະສາດ ວິເຄາະວ່າ ລາຄາພະລັງງານ ເພີ່ມສູງຂຶ້ນນີ້ ອາດຈະເກີດຄວາມສ່ຽງ ຕໍ່ອັດຕາເງິນເຟີ້ ທົ່ວໂລກ ໃນໄລຍະສັ້ນ. ຖ້າຫາກ ສະຖານະການ ດັ່ງກ່າວ ຍັງສືບຕໍ່ ດຳເນີນ ຈະສົ່ງຜົນກະທົບ ຕໍ່ການ ຈະເລີນເຕີບໂຕ ທາງເສດຖະກິດ ຂອງ ບັນດາ ປະເທດ ທີ່ນໍາເຂົ້າ ພະລັງງານ.

ນອກຈາກນີ້ ທະນາຄານໂລກ ລະບຸວ່າ ລາຄາ ພະລັງງານ ຈະເລີ່ມຫລຸດລົງ ໃນໄລຍະ ກາງປີ 2022, ພ້ອມກັນນັ້ນ ຈະມີການ ຫລຸດຜ່ອນ ຄວາມຕ້ອງການ ລາຄາ ຜົນຜະລິດ ກະສິກຳ, ລາຄາໂລຫະ ແລະ ສິນຄ້າ ທີ່ບໍ່ແມ່ນ ພະລັງງານ ກໍ່ຈະຫລຸດລົງ ເຊັ່ນກັນ.

ຂ່າວຈາກ: ປະເທດລາວ

Related Posts

Leave a Reply

Your email address will not be published. Required fields are marked *