Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໃນໂອກາດທີ່ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງແບບທາງໄກໃນວັນທີ 26 ຕຸລາ 2021 ທີ່ຜ່ານມາ
ໂດຍ, ທ່ານນາຍົກລັດຖະມົນຕີຍັງໄດ້ແຈ້ງໃຫ້ກອງປະຊຸມຊາບການປະກອບສ່ວນຂອງ ສປປ ລາວ ຈຳນວນ 100,000 ໂດລາ ເຂົ້າໃນກອງທຶນອາຊຽນເພື່ອຮັບມືກັບພະຍາດໂຄວິດ-19 ແລະ 50,000 ໂດລາ ຜ່ານສູນປະສານງານການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ໄພພິບັດອາຊຽນ (ສູນ AHA) ເພື່ອປະກອບສ່ວນເຂົ້າໃນການລະດົມທຶນ ເພື່ອຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ມຽນມາ
ໃນຕອນທ້າຍ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ໄດ້ຮັບຮອງເອົາເອກະສານທີ່ສຳຄັນຫຼາຍສະບັບເປັນຕົ້ນແມ່ນ ຖະແຫຼງການ ບັນດາ ເສຣິ ເບກາວັນ ວ່າດ້ວຍ ການຈັດຕັ້ງປະຕິບັດ ຂໍ້ລິເລີ່ມແບບຍຸດທະສາດ ແລະ ກວມລວມ ເພື່ອເຊື່ອມສານບັນດາຂອບການຮ່ວມມືອາຊຽນ ເພື່ອຮັບມືກັບໄພພິບັດ ແລະ ພາວະສຸກເສີນ, ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການຢຶດຖືຫຼັກການຮ່ວມມືຫຼາຍຝ່າຍ, ຖະແຫຼງ ການຜູ້ນໍາອາຊຽນ ວ່າດ້ວຍການຮ່ວມມືເສດຖະກິດສີຟ້າ ແລະ ເອກະສານທີ່ສຳຄັນອື່ນໆອີກຈໍານວນໜຶ່ງ.
ພາຍຫຼັງສໍາເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກໍໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 39 ຊຶ່ງກອງປະຊຸມໄດ້ທົບທວນຄືນການຮ່ວມມືລະຫວ່າງອາຊຽນກັບບັນດາປະເທດຄູ່ເຈລະຈາ, ໃນນັ້ນບັນດາຜູ້ນໍາອາຊຽນ ໄດ້ຕີລາສູງ ຕໍ່ບົດບາດສໍາຄັນຂອງອາຊຽນໃນເວທີພາກພື້ນ ແລະ ສາກົນ ແລະ ສືບຕໍ່ໄດ້ຮັບຄວາມສົນໃຈຈາກບັນ ດາປະເທດນອກພາກພື້ນ
ຊຶ່ງເຫັນໄດ້ຈາກການສະເໜີເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (ທີເອຊີ), ການສະໝັກເປັນປະເທດຄູ່ຮ່ວມເຈລະຈາ ແລະ ຄູ່ ຮ່ວມມືໃນລະດັບຕ່າງໆຂອງບັນດາປະເທດນອກພາກພື້ນທີ່ມີແນວໂນ້ມເພີ່ມຂຶ້ນ.
ບົນຈິດໃຈນີ້, ທ່ານນາຍົກ ລັດຖະມົນຕີພັນຄຳ ວິພາວັນ ໄດ້ເນັ້ນໜັກໃຫ້ອາຊຽນເຊີດຊູຄັນທຸງຄວາມເປັນແກນກາງ, ຄວາມເປັນເອກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກ ເພື່ອເຮັດໃຫ້ອາຊຽນເປັນປະຊາຄົມທີ່ເຂັ້ມ ແຂງ, ຍືນຍົງ ແລະ ເປັນສ່ວນໜຶ່ງທີ່ສຳຄັນຂອງການສົ່ງເສີມສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາ ຂອງໂລກ.
ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 39 ນີ້, ບັນດາຜູ້ນຳອາຊຽນຍັງໄດ້ແລກປ່ຽນທັດສະ ນະຢ່າງກົງໄປກົງມາ ກ່ຽວກັບບັນຫາທີ່ພົ້ນເດັ່ນຢູ່ໃນພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ, ລວມທັງ ບັນຫາການກໍ່ການຮ້າຍ, ໄພພິບັດທາງທໍາມະຊາດ, ການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ.