ຖືກຈັບຕົວດຳເນີນຄະດີ ຂໍ້ຫາຄອບຄອງຢາເສບຕິດ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຖືກຈັບຕົວດຳເນີນຄະດີ ຂໍ້ຫາຄອບຄອງຢາເສບຕິດ

ວັນທີ 24 ຕຸລາ 2021, ພະແນກຕໍາຫຼວດຈະລາຈອນ ນວ, ຕັ້ງຈຸດກວດກາຍານ ພາຫະນະ ຢູ່ຖະໜົນລ້ານຊ້າງ, ໃນຂະນະກຳລັງປະຕິບັດໜ້າທີ່ ເຫັນລົດເກັງ ໂຕໂຢຕ້າ ແກນເລີ ໝາຍເລກທະບຽນ ກຣ 8704 ຂັບຂີ່ ໂດຍ ນາງ ນ່ານ່າ ອາຍຸ 21 ປີ ວ່າງງານ, ພັກເຊົາຢູ່ອາພາດເມັ້ນ ເຂດບ້ານຈອມມະນີ ເມືອງຈັນທະບູລີ ນວ.

ຜ່ານການການກວດກາຕົວຈິງ, ເຈົ້າໜ້າທີ່ ພົບເຫັນວັດຖຸເປັນແທ່ງ 1 ອັນ ສົງໄສຢາເສບຕິດປະເພດ ຢາໄອສ໌, ເຈົ້າໜ້າທີ່ກຳລັງກວດຈຸດ ຈຶ່ງໄດ້ກັກຕົວ ນາງ ນ່ານ່າ ໄວ້ແລ້ວນຳສົ່ງໄປສືບສວນ-ສອບສວນ.

ຜ່ານການການສືບສວນ-ສອບສວນເບື້ອງ ຕົ້ນ, ນາງ ນ່ານ່າ ຮັບສາລະພາບວ່າ: ວັດຖຸເປັນແທ່ງ 1 ອັນ ທີ່ເຈົ້າໜ້າທີ່ພົບເຫັນໃນລົດເວລາຖືກກວດກາຢູ່ຈຸດກວດກາ ຖະໜົນລ້ານຊ້າງ (ເຂດຫໍຄໍາ) ນັ້ນແມ່ນວັດຖຸຂອງແຟນສັນຊາດຈີນ ປະວາງໄວ້ລົດ; ໃນມື້ເກີດເຫດເວລາປະມານ 22 ໂມງ, ຜູ້ກ່ຽວໄດ້ຂໍຢືມລົດນຳແຟນຂັບຂີ່ຈະກັບບ່ອນພັກເຊົາ ຢູ່ອາພາດເມັ້ນ ເຂດບ້ານຈອມມະນີ. ໃນເວລາຂັບຂີ່ໄປຕາມຖະໜົນ ຈຶ່ງຖືກເຈົ້າໜ້າທີ່ກວດພົບ.

ສຳລັບບັນຫາດັ່ງກ່າວເຫັນວ່າ ຍັງມີຄວາມຈຳເປັນຕ້ອງໄດ້ກວດກາຊັນນະສູດ ແລະ ດຳເນີນຄະດີໃຫ້ລະອຽດຈະແຈ້ງ, ຊອກຜູ້ກະທຳຜິດ ແລະ ຜູ້ສົມຮູ້ຮ່ວມຄິດມາດຳ ເນີນຄະດີ. ຕຳຫຼວດຈະລາຈອນ ຈຶ່ງໄດ້ສົ່ງ ນາງ ນ່ານ່າ ໃຫ້ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫຼວງ ວຽງຈັນ ເປີດກວ້າງຂະຫຍາຍຜົນສືບຄົ້ນຫາຜູ້ກະທຳຜິດມາລົງໂທດຕາມກົດໝາຍ.

Related Posts

Leave a Reply

Your email address will not be published. Required fields are marked *