Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ກາຍເປັນກະແສໄປທົ່ວຍີ່ປຸ່ນເມື່ອເຈົ້າຫຍິງຍີ່ປຸ່ນ, ອົງຫຍິງມາໂກະ, ປະກາດລົດຖານັນດອກສັກເພື່ອໄປແຕ່ງງານກັບສາມັນຊົນ.
ໃນວັນທີ່ 26 ຕຸລາ, ມີການປະກາດແຕ່ງງານຢ່າງເປັນທາງການຂອງເຈົ້າຫຍິງມາໂກະກັບຊາຍສາມັນຊົນທີ່ເປັນເພື່ອນຮ່ວມຊັ້ນຂອງລາວຂະນະທີ່ຮຽນນຳກັນຢູ່ທີ່ International Christian University (ICU) ຫຼັງຈາກຫມັ້ນຫມາຍກັນມາ 4 ປີຜູ້ມືຊື່ວ່າ ຄຸມຸໂຣະ ເຄອິ.
ທັ້ງສອງເລີ່ມຄົບຫາດູໃຈກັນເມື່ອປີ 2012 ແລະ ເຄອິກໍຂໍອົງຫຍິງແຕ່ງງານໃນປີຕໍ່ມາ. ທັ້ງສອງໄດ້ໃຊ້ເວລາຮ່ວມກັນເຖິງ 5 ປີທີ່ໂຢໂກຮາມ່າ ແລະ ໂຊນັນເຊິ່ງແນ່ນອນວ່າເຄອິກໍເປັນຮັກຄັ້ງທຳອິດຂອງອົງຫຍິງ.
ທັ້ງສອງປະກາດຫມັ້ນກັນໃນປີ 2017 ເຊິ່ງເຫດການທັ້ງຫມົດກໍເບິ່ງຄືກັບຈະມີຄວາມສຸກ, ປະຊາຊົນຕ່າງກໍຕື້ນຕັນ ແລະ ດີໃຈກັບອົງຫຍິງກັນທັ້ງປະເທດ.
ຈົນເລື່ອງໄດ້ປະທຸຂຶ້ນໃນປີຕໍ່ມາເມື່ອມີຂ່າວວ່າ ຜູ້ເປັນແມ່ຂອງເຄອິໄດ້ປະກາດຫມັ້ນກັບຊາຍອາຍຸ 60 ທັ້ງໆທີ່ຫາຮູ້ຈັກກັນຜ່ານຫມູ່ ແລະ ເອົາເງິນຈາກຊາຍແກ່ຄົນນັ້ນມາສະຫນັບສະຫນຸນເຄອິ. ແລະ ເລື່ອງນີ້ກໍໄດ້ກາຍມາເປັນຂ່າວໃຫຍ່ເມື່ອຊາຍແກ່ຄົນນັ້ນຂໍເງິນຄືນ ແຕ່ຜູ້ເປັນແມ່ຂອງເຄອິກໍບໍ່ໃຫ້.
ເມື່ອເລື່ອງນີ້ໄດ້ກາຍເປັນຂ່າວ, ສື່ມວນຊົນກໍຕ່າງຂຸດຄຸ້ຍເລື່ອງລາວຂອງທັ້ງເຄອິ ແລະ ແມ່ຂອງລາວຈົນເປັນຂ່າວໃຫຍ່. ແຕ່ເຖິງແມ້ຈະມີຂ່າວລືຕ່າງໆທີ່ບໍ່ດີກ່ຽວກັບເຄອິຫຼາຍເທົ່າໃດ, ມັນກໍບໍ່ເຮັດໃຫ້ຄວາມສຳພັນຂອງເຄອິ ແລະ ອົງຫຍິງສັ່ນຄອນ.
ຫຼັງຈາກທີ່ແມ່ຂອງເຄອິຖືກຖອນຫມັ້ນຈາກຊາຍແກ່ຄົນນັ້ນແລ້ວ, ກໍມີບັນຫາໃຫຍ່ຕາມມາຄື ນາງບໍ່ມີເງິນທີ່ຈະສົ່ງເຄອິຮຽນຕໍ່. ແມ່ຂອງເຄອິຈຶ່ງຕັດສິນໃຈໄປເຮັດງານ ພິເສດນອກໂມງ ເປັນພະນັກງານຮ້ານເຄັກ.
ໃນຂະນະນັ້ນ, ເຄອິຕ້ອງໄປຮຽນທາງດ້ານກົດຫມາຍຕໍ່ທີ່ອະເມລິກາ ຈຶ່ງເຮັດໃຫ້ປະຊາຊົນສົງໃສວ່າແຄ່ເງິນຈາກການເຮັດ part time ໃນຮ້ານເຄັກຈະພໍສົ່ງເຄອິຮຽນຕໍ່ໄດ້ຫວາ? ເພາະການຮຽນກົດຫມາຍນັ້ນມີຄ່າໃຊ້ຈ່າຍຫນັກຫຼາຍພໍໆກັນກັບຮຽນຫມໍເລີຍ. ແລ້ວຄ່າກິນຄ່າຢູ່ເດະ?
ແລະ ເລື່ອງນີ້ກໍຖືກຂຸດຄຸ້ຍຈົນຮູ້ວ່າຕັ້ງແຕ່ເງິນຄ່າຮຽນຂອງເຄອິຈົນໄປຮອດຄ່າບໍດີ້ກາດຂອງເຄອິເອງກໍລ້ວນແຕ່ເປັນເງິນຂອງລາຊະວົງ?! ພໍຂ່າວນີ້ໄດ້ແຕກອອກໄປ, ຈາກຜູ້ຊາຍທີ່ຄົນຍີ່ປຸ່ນຮັກທັ້ງປະເທດ ຕອນນີ້ກັບກາຍເປັນວ່າມີຄົນຍີ່ປຸ່ນເກີນເຄິ່ງຂອງປະເທດເລີ່ມກຽດຊັງ.
ຈົນກະທັ່ງລ່ວງກາຍມາຈົນຮອດປີ 2021, ເຈົ້າຫນີ້ຂອງແມ່ເຄອິ (ຊາຍໄວ 60 ທີ່ແມ່ຂອງເຄອິເຄີຍຫຼອກເອົາເງິນ) ກໍໄດ້ມາບອກວ່າ ບໍ່ຕ້ອງຄືນເງິນຈຳນວນນັ້ນແລ້ວກໍໄດ້ ອາດຈະເປັນເພາະວ່າຊາຍຄົນນັ້ນຢ້ານຖືກນັກຂ່າວຂຸດຄຸ້ຍເອົາເລື່ອງຂອງໂຕເອງມາກໍເປັນໄດ້. ພໍເລື່ອງນີ້ໄດ້ຈົບລົງ, ຝັນທີ່ຈະໄດ້ແຕ່ງງານກັບເຄອິຂອງອົງຫຍິງກໍເລີ່ມໃກ້ເຂົ້າມາ.
ແຕ່…ມັນຍັງຄົງຄ້າງຄາອີກປັນຫາຫນຶ່ງຢູ່ ຄື ທາງລາຊະວົງ ຈະຕ້ອງຈ່າຍຄ່າການອອກຈາກຖານັນດອນສັກຂອງເຈົ້າຫຍິງເປັນເງິນມູນຄ່າສູງເຖິງ 140 ລ້ານເຢນ (ປະມານ 400 ລ້ານບາດ) ເພື່ອໃຫ້ເຈົ້າຫຍິງນຳໄປລ້ຽງຊີບ ແຕ່ຖ້າຍົກເງິນຈຳນວນນັ້ນໃຫ້ເຈົ້າຫຍິງກໍບໍ່ຕ່າງຫຍັງກັບຍົກເງິນກ້ອນນັ້ນໃຫ້ກັບເຄອິຈຶ່ງເຮັດໃຫ້ປະຊາຊົນຫຼາຍຄົນຄັດຄ້ານສຸດຊີວິດ.
ທ້າຍທີ່ສຸດ ອົງຫຍິງຕັດສິນໃຈຈົບປັນຫາຄື ການບໍ່ຮັບເງິນ 140 ລ້ານເຢນແລ້ວອອກໄປເລີ່ມຕົ້ນຊີວິດໃຫມ່ທີ່ນະຄອນນິວຢອກ ປະເທດສະຫະຣັດອະເມຣິກາ ແລະ ອົງຫຍິງກໍບໍ່ສົນໃຈອີກຕໍ່ໄປແລ້ວວ່າໃຜຈະເຫັນດີນຳ ຫຼື ຈະຄັດຄ້ານ.
ສຸດທ້າຍ, ອົງຫຍິງກັບເຄອິກໍຈົດທະບຽນສົມລົດກັນ ແລະ ກຳລັງຈະບິນໄປອະເມຣິກາໃນໄວໆນີ້. ແມ້ທາງລາຊະວົງຈະບໍ່ຄ່ອຍເຫັນດ້ວຍກັບການແຕ່ງງານນີ້, ແຕ່ກໍຕ້ອງຈຳໃຈໃຫ້ອົງຫຍິງແຕ່ງ ເພາະເປັນຫ່ວງສະພາບຈິດໃຈຂອງອົງຫຍິງ.
ຂໍໃຫ້ທັ້ງສອງມີຄວາມສຸກໃນຊີວິດຫຼັງແຕ່ງງານ.
ຂ່າວຈາກ Laosat TV