Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຊົມຄລິບ!ວິນາທີສຽດຕາຍຟ້າຜ່າສອງໜຸ່ມກຳລັງຫຼິ້ນໂທລະສັບໃນຂະນະຝົນຕົກ
ຜູ້ໃຊ້Tiktok ຊື່ວ່າ chitcarrent ໂພສຄລິບ ພ້ອມລະບຸວ່າ “ວິນາທີສຽດຕາຍ ຟ້າຜ່າ” ຜູ້ສື່ຂ່າວຊ່ອງໄທເລື່ອງເລົ່າເຊົ້ານີ້ໄດ້ສອບຖາມໄປຍັງເຈົ້າຂອງຄລິບ ທ້າວຊິດ ໄດ້ເລົ່າວ່າ

ເຫດການເກີດຂຶ້ນທີ່ຮ້ານ Car care (ຮ້ານລ້າງລົດ) ຂອງຕົນ ໃນຈັງຫວັດສຸລາດທານີ ປະເທດໄທ ຄືນວັນທີ່ 28 ຕຸລາ ຂະນະທີ່ລູກນ້ອງຂອງຕົນໄດ້ພັກຜ່ອນຢູ່ໃນຮ້ານທ່າມກາງຝົນຕົກໜັກແລະມີສຽງຟ້າຮ້ອງຟ້າເຫຼື້ອມຢູ່ປານກາງ.

ລູກນ້ອງທັງສອງຄົນໄດ້ຫຼິ້ນໂທລະສັບ, ຫຼັງຈາກນັ້ນລູກນ້ອງຄົນໜຶ່ງໄດ້ເອົາກະແຈໄປແຂວນໃສ່ເສົາ ເຊິ່ງຈຸດນັ້ນມີນັອດຕອກໄວ້ສຳລັບເກາະກະແຈແລະມີປັກໄຟຕິດເສົາຢູ່ ພໍແຂວນກະແຈແລ້ວປຸບຟ້າກໍ່ຜ່າລົງທັນທີ. ໂຊກດີທີ່ບໍ່ມີໃຜເສຍຊີວິດມີແຕ່ຄົນທີ່ແຂວນກະແຈແມ່ນມີບາດແຜເປັນຮອຍໄໝ້ເລັກນ້ອຍທີ່ນີ້ວມື

ເຊິ່ງສ່ວນຕົວຄາດວ່າສາເຫດອາດເກີດຈາກການຫຼິ້ນໂທລະສັບຂະນະຟ້າຮ້ອງ.
ຊົມຄຼິບ