Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ລັດຖະບານ ໃຫ້ສືບຕໍ່ປະຕິບັດມາດຕະການຕ່າງໆທີ່ຄະນະສະເພາະກິດວາງອອກ ເລີ່ມແຕ່ 31 ຕຸລາ-14 ພະຈິກ
ຂປລ. ວັນທີ 30 ຕຸລາ 2021 ນີ້, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ກ່ຽວກັບການສືບຕໍ່ປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ໃນໄລຍະ ວັນທີ 31 ຕຸລາ ຫາ 14 ພະຈິກ 2021.
ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 1330/ຫສນຍ, ລົງວັນທີ 15 ຕຸລາ 2021 ແລະ ມາດຕະການຕ່າງໆ ທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂັ້ນສູນກາງໄດ້ວາງອອກ ເຫັນວ່າໂດຍລວມແລ້ວ ການຈັດຕັ້ງທຸກຂັ້ນ ຕະຫລອດຮອດທົ່ວປວງຊົນລາວທັງຊາດ
ລ້ວນແຕ່ຈັດຕັ້ງປະຕິບັດ ຢ່າງເປັນຂະ ບວນການທີ່ກວ້າງຂວາງ. ແຕ່ເຖິງຢ່າງໃດກໍຕາມ ສະພາບການລະບາດພາຍໃນຊຸມຊົນທົ່ວປະເທດ ຍັງສືບຕໍ່ເພີ່ມຂຶ້ນ ແລະ ຂະຫຍາຍເປັນວົງກວ້າງເກືອບທຸກແຂວງ, ສະເພາະໃນເດືອນຕຸລານີ້ ມີຜູ້ຕິດເຊື້ອໃນພາຍໃນສະເລ່ຍເກືອບ 500 ຄົນຕໍ່ວັນ ທຽບໃສ່ເດືອນຜ່ານມາ ເພີ່ມຂຶ້ນ 27,6%. ສະນັ້ນ, ລັດຖະບານ
ຈຶ່ງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ່າງໆຄືໄລຍະຜ່ານມາ ເປັນສ່ວນໃຫຍ່, ຄຽງຄູ່ກັນນັ້ນ ກໍຈະໄດ້ມີມາດຕະການຜ່ອນຜັນຈຳນວນໜຶ່ງທີ່ມີຄວາມຈຳເປັນ ຕື່ມອີກ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 31 ຕຸລາ ຫາ ເວລາ 24:00 ໂມງ ຂອງວັນທີ 14 ພະຈິກ 2021 ດັ່ງນີ້:

.

.

.

.

.

.

.
