Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
9 ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕົ້ນຕໍໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ
ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 1 ພະຈິກ 2021 ນີ້: ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕົ້ນຕໍຂອງ ສປປ ລາວ ແມ່ນບັນຫາທີ່ເວົ້າມາຫຼາຍແລ້ວ ລວມມີ: 9 ບັນຫາສໍາຄັນ ຄື:

1) ບັນຫາຫນີ້ສາທາລະນະ
2) ບັນດາລັດວິສາຫະກິດຢູ່ພາຍໃນປະເທດ ເກືອບທັງຫນົດດໍາ ເນີນທຸລະກິດບໍ່ມີປະສິດທິຜົນ3) ຄວາມສາມາດຂອງກໍາລັງການຜະລິດຢູ່ພາຍໃນປະເທດຍັງຕ່ໍາ
4) ການຈັດເກັບລາຍຮັບບໍ່ໄດ້ຕາມຄາດຫມາຍ ເຊິ່ງເປັນບັນຫາຄົງຄ້າງ ແລະ ຊໍາເຮື້ອ ຂອງລັດຖະບານ ມາເປັນ ເວລາຫຼາຍປີຕິດຕໍ່ກັນ
5) ກົນໄກການບໍລິຫານ ແລະ ບໍລິການລົງທຶນ ເຖິງວ່າມີຄວາມພະຍາຍາມປັບປຸງ ແຕ່ຍັງບໍ່ທັນສອດຄ່ອງ

6) ການເຂົ້າຫາແຫຼ່ງທຶນຕ່າງປະເທດ ພົບຄວາມຫຍຸ້ງຍາກ
7) ອັດຕາແລກປ່ຽນ ເງິນຕາມີການເຫນັງຕີງສູງ
8) ບັນຫາ ຢ າ ເ ສ ບ ຕິ ດ
9) ການແຜ່ລະບາດຂອງໂຄວິດ ມີລັກສະນະຮຸນແຮງຂຶ້ນ ໃນທົ່ວໂລກ ລວມທັງປະເທດເຮົາ ໄດ້ສົ່ງຜົນກະທົບເຮັດໃຫ້ເສດຖະກິດຂອງທົ່ວ ໂລກທົດຖອຍ, ສໍາລັບຕໍ່ປະເທດເຮົາ ແມ່ນເປັນການຊໍ້າເຕີມໃສ່ຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ຕື່ມອີກ.