Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ອັດຕະປື ເດັດຂາດຫ້າມຂາຍຊີ້ນໝູເກີນລາຄາ 45.000ກີບ
ວັນທີ 3ພະຈິກ2021 ນີ້, ພະແນກອຸດສະຫະກຳ ແລະ ການຄ້າແຂວງອັດຕະປື ສົມທົບກັບຫ້ອງການອຸດສະຫະກຳ ແລະ ການຄ້າເມືອງສາມັກຄີໄຊ ໄດ້ລົງຕິດຕາມ, ກວດກາ ແລະ ປັບລາຄາສິນຄ້າຕາມທ້ອງຕະຫຼາດເມືອງສາມັກຄີໄຊແຂວງອັດຕະປື. ເຊິ່ງນໍາໂດຍທ່ານ ພູໄຊ ວໍລະລາດຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງອັດຕະປື, ມີຫ້ອງການອຸດສະຫະກຳ ແລະ ການຄ້າເມືອງສາມັກຄີໄຊພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ການລົງຕິດຕາມ, ກວດກາໃນຄັ້ງນີ້ ແມ່ນເພື່ອລົງຊີ້ນໍາ ແລະ ປັບລາຄາສິນຄ້າເປັນຕົ້ນ: ສິນຄ້າປະເພດຊີ້ນໝູ, ກວດກາມາດຕະຖານຊິງຊັ່ງ (ກິໂລ) ພ້ອມໄດ້ກໍານົດລາຄາຊີ້ນໝູມີດັ່ງນີ້: ຊີ້ນສັນ(ຊີ້ນປະເພດ1)ໃຫ້ຂາຍໃນລາຄາ45.000ກີບ/ກິໂລ,
ຊີ້ນກ້ອນຂາ(ຊີ້ນປະເພດ1)ໃຫ້ຂາຍໃນລາຄາ45.000ກີບ/ກິໂລ,ຊີ້ນໝູສາມຊັ້ນໃຫ້ຂາຍໃນລາຄາ40.000ກີບ/ກິໂລ,ກະດູກຂ້າງໃຫ້ຂາຍໃນລາຄາ40.000ກີບ/ກິໂລ,ເຄື່ອງໃນ(ຫົວໃຈ,ຕັບ)ໃຫ້ຂາຍໃນລາຄາ40.000ກີບ/ກິໂລ,
ຂາທັງສີ່ຂາໃຫ້ຂາຍໃນລາຄາ35.000ກີບ/ກິໂລ,ຫົວໝູໃຫ້ຂາຍໃນລາຄາ35.000ກີບ/ກິໂລ,ໃສ້ອ່ອນ+ໃສ້ແກ່ໃຫ້ຂາຍໃນລາຄາ 20.000ກີບ/ກິໂລ,ກະດູກໂຄ່ຍໃຫ້ຂາຍໃນລາຄາ30.000ກີບ/ກິໂລ,ນໍ້າມັນ+ຊີ້ນມຸ່ນໃຫ້ຂາຍໃນລາຄາ20.000ກີບ/ກິໂລ.

ນອກຈາກນີ້ຫ້າມເດັດຂາດບໍ່ໃຫ້ຜູ້ປະກອບການລັກໂລບການຊັ່ງຜອງ ຫຼື ນໍາໃຊ້ການຊັ່ງຜອງຂອງຊິງຊັ່ງທີ່ດັດແປງໂດຍບໍ່ຖືກຕ້ອງຕາມມາດຕະການເຕັກນິກຢ່າງເດັດຂາດຫາກຜູ້ໄດລະເມີດສວຍໂອກາດຂຶ້ນລາຄາສິ້ນຄ້າ(ຊີ້ນຫມູ)ເກີນທີ່ກຳນົດແມ່ນຈະໄດ້ປັບໄໝ1.500.000 ກີບ/ຄັ້ງ,
ສວຍໂອກາດປອມແປງຕາຊິງຫຼືດັດແປງການວັດແທກທີ່ບໍ່ໄດ້ມາດຕະຖານຈະຖືກປັບໄໝ 100.000-3.000.000ກີບ/ຄັ້ງ,ບໍ່ຕິດປ້າຍລາຄາເປັນສະກຸນເງິນກີບຈະມີ ໂ ທ ດ ປັບໄໝແຕ່500.000-1.000.000ກີບ/ຄັ້ງ, ຖ້າຜູ້ປະກອບການຫາກມີການລະເມີດເປັນອາຈີນແມ່ນຈະຖືກດຳເນີນຄະດີຕາມກົດຫມາຍມາດຕາ147, 150 ຂອງກົດໝາຍອາຍາແລະຈະໃຫ້ຢຸດການດຳເນີນກິດຈະການທັນທີ.

ດັ່ງນັ້ນ, ຈິ່ງໄດ້ປະຊາສໍາພັນເຖິ່ງຜູ້ຊົມໃຊ້ສິນຄ້າຖ້າເຫັນວ່າທ່ານໃດມີການຂຶ້ນສິນຄ້າປະເພດຊີ້ນໝູທີ່ເກີນລາຄາທີ່ກຳນົດໄວ້ ຫຼື ມີການດັດແປງແປງຊິງຊັ່ງທີ່ບໍ່ຖືກຕາມມາດຕະກາເຕັກນິກສາມາດໂທສາຍດ່ວນ 1510 ຫລື ໄປແຈ້ງໂດຍກົງທີ່ພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ.
ຂ່າວມະນີວອນ