Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
“ບັນດາລັດວິສາຫະກິດຢູ່ພາຍໃນປະເທດ ເກືອບທັງໝົດດໍາເນີນທຸລະກິດບໍ່ມີປະສິດທິຜົນ

“ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 1 ພະຈິກ 2021 ທີ່ນະຄອນຫຼວງວຽງຈັນ ວ່າ:
ໃນໄລຍະຜ່ານມາ ລັດຖະບານແຕ່ລະສະໄຫມ ໄດ້ລົງທຶນຈໍານວນຫຼາຍ ໃຫ້ບັນດາລັດວິສາຫະ ກິດ ແນ່ໃສ່ເປັນເຈົ້າພາທາງໃຫ້ແກ່ການພັດທະນາເສດຖະກິດຂອງປະເທດ ແລະ ສ້າງເປັນຖານລາຍ ຮັບທີ່ສໍາຄັນໃຫ້ລັດຖະບານ.
ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ບັນດາລັດວິສາຫະກິດເກືອບທັງຫມົດ ດໍາເນີນທຸລະກິດມີປະສິດທິຜົນຕໍ່າ ແລະ ຈໍານວນຫນຶ່ງສ້າງຫນີ້ສິນມະຫາສານຕົກເປັນພາລະໃຫ້ແກ່ລັດຖະບານ. ດັ່ງນັ້ນ, ການປັບປຸງລັດວິສາຫະກິດ ຕາມທິດປະຕິຮູບຈຶ່ງເປັນວຽກງານຫນຶ່ງທີ່ສໍາຄັນແລະ ເລັ່ງດ່ວນ ເຊິ່ງຕ້ອງໄດ້ດໍາເນີນໄປຕາມລະບຽບການ ແລະ ນິຕິກໍາຕ່າງໆ ທີ່ກໍານົດໄວ້.
ນາຍົກລັດຖະມົນຕີ ກ່າວຕື່ມວ່າ: ວິທີການແກ້ໄຂໃນຕໍ່ຫນ້າແມ່ນຈະ ດໍາເນີນການປະຕິຮູບໄປຄຽງຄູ່ກັນກັບການກວດກາ ຫມາຍຄວາມວ່າຈະບໍ່ລໍຖ້າໃຫ້ການ ກວດກາສໍາເລັດແລ້ວຈຶ່ງປັບປຸງ,
ຈະດໍາເນີນຄູ່ຂະຫນານກັນໄປ, ຖ້າເວລາໃດຜົນການກວດກາພົບເຫັນມີບັນຫາທີ່ຕິດພັນກັບພະນັກ ງານ-ບຸກຄະລາກອນ ກໍຈະດໍາເນີນການແກ້ໄຂຕາມກົດຫມາຍຢ່າງເຂັ້ມງວດ ແລະ ເດັດຂາດ.
ທີ່ມາ: ທັນເຫດການ