Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ລັດຖະບານ ທົດລອງໃຊ້ຢາພື້ນເມືອງ ໃນການຮັກສາໂຄວິດ-19 ໃຫ້ຄົນເຈັບຢູ່ ນວ ຈຳນວນ 450 ຄົນ ແລະ ກຽມແຜນໃຊ້ເປັນຢາຮັກສາຢ່າງເປັນທາງການ

ທ່ານ ດຣ ບຸນແຝງ ພູມມະໄລສີດ ລັດຖະມົນຕີ ກະຊວງສາທາລະນະສຸກ ໃນລາຍງານໃນກອງປະຊຸມສະພາວ່າ: ກະຊວງສາທາລະນະສຸກໄດ້ເອົາຜະລິດຕະພັນ 3 ຊະນິດນີ້ ໄປນໍາໃຊ້ກັບຜູ້ຕິດເຊື້ອໂຄວິດ-19
ຢູ່ແຂວງສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ ໃນສູນກັກບໍລິເວນຈໍານວນ 425 ກໍລະນີ, ຜົນການປິ່ນປົວຜູ້ຕິດເຊື້ອກໍລະນີທີ່ອາການເບົາບາງ ແລະ ປານກາງ ໄດ້ມີອາການດີຂຶ້ນ 86-100%. ສໍາລັບປະສິດທິພາບລາຊາບີ ແລະຜັກຄາວທອງ ແລະ ກະຊາຍຂາວເຖິງ 93-100%.

ສ່ວນການທົດລອງຢູ່ນະຄອນຫລວງວຽງຈັນໃນຈໍານວນ 450 ກໍລະນີ ພວມຢູ່ໃນຂັ້ນຕອນເກັບກໍາຂໍ້ມູນຕື່ມອີກ.
ທ່ານກ່າວຕື່ມວ່າ: “ຖ້າຜົນການສຶກສາສາມາດຮັບປະກັນໄດ້ດ້ານຄຸນນະພາບ, ຄວາມປອດໄພ ແລະມີປະສິດທິຜົນດີ ກໍຈະຈົດທະບຽນຜະລິດຕະພັນທັນທີ, ພ້ອມທັງສົມທົບກັບພາກສ່ວນກ່ຽວຂ້ອງເລັ່ງສະໜັບສະໜູນໃຫ້ແກ່ການປູກ ແລະ ການຜະລິດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ”
ທີ່ມາ: InsideLaos