ລັດຖະບານ ເລັ່ງສັກວັກຊິນໃຫ້ບັນລຸຕາມເປົ້າ ເພື່ອກຽມເປີດປະເທດ ຟື້ນຟູເສດຖະກິດ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ລັດຖະບານ ເລັ່ງສັກວັກຊິນໃຫ້ບັນລຸຕາມເປົ້າ ເພື່ອກຽມເປີດປະເທດ ຟື້ນຟູເສດຖະກິດ

ອີງຕາມການລາຍງານຂອງ ສຳນັກຂ່າວສານປະເທດລາວ ວ່າ: ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 5 ພະຈິກຜ່ານມາ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ບັນດາສະມາຊິກສະພາແຫ່ງຊາດ ຕໍ່ກັບບັນຫາມາດຕະການ ແລະ ວິທີທາງ ເພື່ອແກ້ໄຂການລະບາດຂອງພະຍາດໂຄວິດ-19 ກ້າວໄປເຖິງການເປີດປະເທດ ເພື່ອຟື້ນຟູເສດຖະກິດ ແລະ ການຍົກລະດັບການຂະຫຍາຍຕົວຂອງ ຈີດີພີ ໃນປີ 2022

ໃຫ້ບັນລຸຕາມຄາດໝາຍວ່າ: ປັດຈຸບັນ, ພະຍາດໂຄວິດຍັງຈະສືບຕໍ່ແຜ່ລະບາດຢູ່ໃນໂລກ ແລະ ມີທ່າອຽງກາຍພັນເພີ່ມສູງຂຶ້ນ. ສຳລັບຢູ່ ສປປ ລາວ ການລະ ບາດຂອງພະຍາດໂຄວິດ ຍັງສືບຕໍ່ລະບາດໃນຊຸມຊົນເປັນວົງກ້ວາງ ແລະ ຫລາຍຂຶ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ, ລັດຖະບານຈະໄດ້ສຸມໃສ່ສັກວັກຊິນໃຫ້ປະຊາຊົນລາວ ໃຫ້ບັນລຸຕາມເປົ້າໝາຍຮອດທ້າຍປີ 2021 ຄົບໂດສ ໄດ້ 50% ຂຶ້ນໄປ

ເຊິ່ງມາຮອດວັນທີ 4 ພະຈິກ 2021 ສາມາດສັກເຂັມ 1 ໄດ້ 45,53% ແລະ ເຂັ້ມ 2 (ຄົບໂດສ) ໄດ້ 39,04 % ແລະ ໃນປີ 2022 ຄາດວ່າຈະໃຫ້ໄດ້ຫລາຍກວ່າ 80% ຂອງພົນລະເມືອງ ທັງເພີ່ມທະວີການຈັດຫາຢາວັກຊິນ, ອຸປະກອນການແພດ ແລະ ຢາປົວ ທີ່ມີຄຸນນະພາບ ພ້ອມທັງສະຖານທີ່ກັກກັນ ຫລື ປິ່ນປົວ (ໂຮງໝໍ, ໂຮງແຮມ, ບ້ານພັກ) ເພື່ອໃຫ້ປະຊາຊົນເຂົ້າເຖິງໄດ້ຢ່າງສະເໝີພາບ ແລະ ທົ່ວເຖິງ

ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວວ່າ: ທຸກຄົນບໍ່ສາມາດສືບຕໍ່ປິດປະຕູຂັງຕົວເອງ ໂດຍທີ່ບໍ່ທຳມາຫາກິນ, ທຳການຜະລິດ ແລະ ພັດທະນາເສດຖະກິດໄດ້. ສະນັ້ນ, ຈຳເປັນຕ້ອງໄດ້ສຶກສາອົບຮົມໃຫ້ທຸກພາກສ່ວນໃນສັງຄົມ, ຮັບຮູ້ ແລະ ເຂົ້າໃຈ, ມີການຫັນປ່ຽນຈິນຕະນາການ, ຫັນປ່ຽນແນວຄິດເກົ່າ ໄປສູ່ແນວຄິດໃໝ່,

ຮຽນຮູ້ພະຍາດໂຄວິດ-19 ແລະ ຢູ່ກັບມັນໃຫ້ໄດ້ ດ້ວຍຄວາມປອດໄພ ແລະ ຮູ້ວິທີປ້ອງກັນປິ່ນປົວດ້ວຍຕົວເອງ ເປັນບັນຫາສໍາຄັນ. ນອກນີ້, ບັນຫາທີ່ເປັນອຸປະສັກໃນການປ້ອງກັນ ແລະ ຄວບຄຸມ ການລະບາດຂອງພະຍາດໂຄວິດ ຢູ່ປະເທດເຮົາໃນປັດຈຸ ບັນ

ຍັງມີປະຊາຊົນຈຳນວນຫລາຍ ໂດຍສະເພາະຢູ່ບັນດາທ້ອງຖິ່ນ ບໍ່ທັນຮັບຮູ້ ແລະ ເຂົ້າໃຈ ຢ່າງຖືກຕ້ອງກ່ຽວກັບຜົນດີຂອງການສັກວັກຊິນ (ຍັງພາກັນຢ້ານ ແລະ ບໍ່ສັກຢາ). ດັ່ງນັ້ນ, ລັດຖະບານ ຈະໄດ້ອອກຄຳສັ່ງກ່ຽວກັບມາດຕະການໃນການສັກວັກຊິນ ໂດຍມອບໃຫ້ອົງການປົກຄອງທ້ອງຖິ່ນຖືເອົາບັນຫານີ້ເປັນວຽກງານສຳຄັນ ແລະ ເປັນຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ.

ຂໍຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ຊ່ວຍລັດຖະບານ ໃນການໂຄສະນາເຜີຍແຜ່ໃຫ້ປະຊາຊົນຢູ່ບັນ ດາເຂດເລືອກຕັ້ງຂອງທ່ານໄດ້ຮັບຮູ້, ເຂົ້າໃຈ, ຫັນປ່ຽນແນວຄິດ ແລະ ໃຫ້ຄວາມຮ່ວມມືໃນການສັກວັກຊິນ ເພື່ອຢູ່ກັບພະຍາດໂຄວິດດ້ວຍຄວາມປອດໄພ.

ສຳລັບການເປີດປະເທດນັ້ນ, ບັນດາປະເທດເພື່ອນບ້ານຈໍານວນໜຶ່ງກໍໄດ້ເລີ່ມເປີດປະເທດແລ້ວ,ດັ່ງນັ້ນ, ພວກເຮົາຕ້ອງໄດ້ຄົ້ນຄວ້າ ແລະ ກຳນົດແຜນຍຸດທະສາດ ໃນການເປີດປະເທດເທື່ອລະກ້າວ ລວມທັງການເປີດນຳໃຊ້ທາງລົດໄຟລາວ-ຈີນ ໃນເດືອນທັນວາ

ທີ່ຈະມາເຖິງນີ້ ໃຫ້ແທດເໝາະກັບສະພາບຕົວຈິງ ແລະ ສອດຄ່ອງກັບມາດຕະການທີ່ສາກົນໄດ້ວາງອອກ ໃນສະພາບວິຖີຊີວິດໃໝ່ ໂດຍອີງໃສ່ຄວາມພ້ອມຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ຢູ່ປະເທດເຮົາ. ລັດຖະບານ ຈະພິຈາລະນາເປີດເປັນເທື່ອລະກ້າວ ໂດຍເລີ່ມຈາກທ້ອງຖິ່ນໃດມີຄວາມພ້ອມກ່ອນກໍຈະເປີດກ່ອນ ແລະ ກ້າວໄປເຖິງເປີດທົ່ວປະເທດ ເພື່ອແນ່ໃສ່ຟື້ນຟູເສດຖະກິດ ແລະ ເຊື່ອມໂຍງກັບພາກພື້ນ ໂດຍເນັ້ນໃສ່ເປີດການໄປມາຫາສູ່, ການລົງທຶນ ແລະ ຄ້າຂາຍນຳກັນແບບປົກກະຕິ.

Related Posts

Leave a Reply

Your email address will not be published. Required fields are marked *