Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
“ສຶກສາອົບຮົມຜູ້ລະເມີດ 7 ຄົນ ຊຸມແຊວຢູ່ຫ້ອງການບໍລິສັດໄຟຟ້າ ທີ່ບໍ່ປະຕິບັດຕາມແຈ້ງການ 40/ສພກ.
ນວ”ໃນວັນທີ 6 ພະຈິກ 2021 ເວລາ 02:00 ໂມງ ພະແນກສັນຕິບານ ປກສ ເມືອງສີສັດຕະນາກ ໄດ້ລົງສົມທົບ ປກສ ກຸ່ມວັດນາກ ແລະ ອໍານາດການປົກຄອງບ້ານໂພນປ່າເປົ້າ ໄດ້ສຶກສາອົບຮົມກຸ່ມມົ້ວສຸມ, ຊຸມແຊວ, ດື່ມເຫຼົ້າ, ເບຍ ຈໍານວນ 7 ຄົນ

ຢູ່ຫ້ອງການບໍລິສັດໄຟຟ້າແຫ່ງໜຶ່ງ ຕັ້ງຢູ່ບ້ານໂພນປ່າເປົ້າ ໜ່ວຍ 68 ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລະເມີດຕໍ່ແຈ້ງການ ເລກທີ 40/ສພກ. ນວ ລົງວັນທີ 30 ຕຸລາ 2021 ວ່າດ້ວຍການສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19.

ຜ່ານການກວດກາຂອງເຈົ້າໜ້າທີ່ ພົບເຫັນພວກກ່ຽວມີການຊຸມແຊວເຫຼົ້າ-ເບຍແທ້ ຈົນຮອດເວລາ 01:55 ໂມງ ຂອງວັນທີ 6 ພະຈິກ 2021

ເຊິ່ງການກະທໍາດັ່ງກ່າວ ເປັນການລະເມີດແຈ້ງການ ເລກທີ 40/ສພກ. ນວ ຂໍ້ 3.5 ຫ້າມຈັດງານລ້ຽງ ຫຼື ຊຸມແຊວທຸກຮູບແບບຢູ່ຕາມສະຖານທີ່ຕ່າງໆ.
ຂໍ້ມູນ: ປກສ ນວ