ສປປ ລາວ ກຽມສົ່ງອອກພືດຕະກຸນໝາກກ້ຽງ ໄປ ສປ ຈີນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ສປປ ລາວ ກຽມສົ່ງອອກພືດຕະກຸນໝາກກ້ຽງ ໄປ ສປ ຈີນ

ຂປລ. ໃນວັນທີ 5 ພະຈິກ 2021 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີລົງນາມອານຸສັນຍາ ກ່ຽວກັບຂໍ້ກຳນົດເງື່ອນໄຂດ້ານສຸຂະນາໄມພືດ ສຳລັບການສົ່ງອອກພືດຕະກຸນໝາກກ້ຽງ (ໝາກກ້ຽງເປືອກໜາ, ໝາກພຸກ ແລະ ໝາກນາວເຫລືອງ) ຂອງ ສປປ ລາວ ໄປ ສປ ຈີນ ລະຫວ່າງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ນີ ຢົວເຟິ່ງ ລັດຖະມົນຕີ ອົງການບໍລິຫານພາສີແຫ່ງ ສປ ຈີນ(GACC).

ທ່ານ ສຸລະພອນ ອິນທະວົງ ຮອງຫົວຫນ້າກົມປູກຝັງ ໄດ້ໃຫ້ຮູ້ວ່າ: ສະພາບການ ຜະລິດພືດຕະກຸນໝາກກ້ຽງ ເຊັ່ນ: ໃນປີ 2021 ເນື້ອທີ່ປູກພືດຕະກຸນໝາກກ້ຽງທົ່ວປະເທດມີທັງໝົດ 3.620 ເຮັກຕາ, ຜົນຜະລິດ 57.500 ໂຕນ.

ໃນນີ້, ເນື້ອທີ່ຜະລິດເປັນສິນຄ້າເພື່ອສົ່ງອອກມີ 2.500 ເຮັກຕາ ເທົ່າກັບ 70%, ຜົນຜະລິດ ປະມານ 50.000 ກວ່າໂຕນ ກວມເອົາ 9 ແຂວງຄື: ຫລວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ, ຫລວງພະບາງ, ນະຄອນ ຫລວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ຈຳປາສັກ ແລະ ແຂວງອັດຕະປື ໂດຍມີ 9 ບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ

ໄດ້ຊຸກຍູ້ ແລະ ລົງທຶນ ໃນຮູບແບບ 2 ບວກ 3 ແລະ ເຊົ່າດິນນຳປະຊາຊົນ, ຄາດຄະເນຜົນຜະລິດເບື້ອງຕົ້ນທີ່ຈະສົ່ງອອກ ໄປ ສປ ຈີນ ມີປະມານ 50.000 ໂຕນ ຄິດເປັນມູນຄ່າປະມານ 50 ລ້ານໂດລາສະຫະລັດ ໃນຕົ້ນປີ 2022 ເປັນຕົ້ນໄປ.

ສຳລັບການເຈລະຈາເຕັກນິກ ເປີດຕະຫລາດພືດຕະກຸນໝາກກ້ຽງ, ເຊິ່ງກົມປູກຝັງ ໃນນາມເປັນອົງການປ້ອງກັນພືດແຫ່ງຊາດ (NPPO) ຂອງ ສປປ ລາວ ໄດ້ດຳເນີນການເຈລະຈາເຕັກນິກເປີດຕະຫລາດ ກັບກົມກັກກັນພືດ ແລະ ສັດ, ອົງການບໍລິຫານພາສີ ສປ ຈີນ ເພື່ອສົ່ງອອກໝາກພຸກ, ໝາກກ້ຽງ ແລະ ໝາກນາວ ໄປ ສປ ຈີນ ໂດຍໃຊ້ເວລາເກືອບ 3 ປີ ເລີ່ມແຕ່ ປີ 2019 ເປັນຕົ້ນມາ ຈົນເຖິງປັດຈຸບັນ.

ຂໍ້ມູນ-ພາບ: ກະຊວງກະສິກໍາ ແລະ ປ່າໄມ້

Related Posts

Leave a Reply

Your email address will not be published. Required fields are marked *