ນາຍົກອອກຄຳສັ່ງ ກວດກາ ແລະ ປະຕິບັດມາດຕະການ ຕໍ່ຜູ້ນຳເຂົ້າ-ນຳໃຊ້ຍານພາຫະນະທຸກປະເພດ ແບບບໍ່ຖືກຕ້ອງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ນາຍົກອອກຄຳສັ່ງ ກວດກາ ແລະ ປະຕິບັດມາດຕະການ ຕໍ່ຜູ້ນຳເຂົ້າ-ນຳໃຊ້ຍານພາຫະນະທຸກປະເພດ ແບບບໍ່ຖືກຕ້ອງ

ຂປລ. ວັນທີ 8 ຕຸລາ 2021 ນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງ ເລກທີ 20/ນຍ ວ່າດ້ວຍ ການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ນຳເຂົ້າ ແລະ ນຳໃຊ້ຍານພາຫະນະທຸກປະເທດ ແບບບໍ່ຖືກຕ້ອງ.
ໃນໄລຍະຜ່ານມາ ບັນດາຈະແໜງການທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ພາສີ ແລະ ກົດໝາຍອື່ນຢ່າງຕັ້ງໜ້າ ເປັນຕົ້ນ ການສະກັດກັ້ນ ແລະ ແກ້ໄຂເດັດຂາດ ຕໍ່ການຄ້າຂາຍເຖື່ອນ ກໍຄື ການນຳເຂົ້າ ແລະ ນຳໃຊ້ຍານພາຫະນະແບບບໍ່ຖືກຕ້ອງໃນຮູບແບບຕ່າງໆ.

ເພື່ອແກ້ໄຂປະກົດການຫຍໍ້ທໍ້ ໃນການນຳເຂົ້າ, ການນຳໃຊ້, ແລກປ່ຽນ, ຊື້-ຂາຍ ຍານພາຫະນະໃຫ້ຖືກຕ້ອງຕາມກົດໝາຍ ໃນຂອບເຂດທົ່ວປະເທດ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີຈື່ງໄດ້ອອກຄໍາສັ່ງດັ່ງນີ້:

ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິນທຸກຂັ້ນເອົາໃຈໃສ່ແກ້ໄຂບັນຫາການນຳເຂົ້າຍານພາຫະນະ ແບບບໍ່ຖືກຕ້ອງຕາມ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ ຂອງການຈັດຕັ້ງ ແລະ ບຸກຄົນ, ຖ້າຫາກມີການຈັດຕັ້ງ, ອົງການ ແລະ ບຸກຄົນໃດນຳໃຊ້ພາຫະນະເຖື່ອນ ທີ່ຍັງບໍ່ທັນໄດ້ປະຕິບັດພັນທະ ແມ່ນໃຫ້ແນະນຳແກ່ຜູ້ທີ່ຄອບຄອງຍານພາຫະນະດັ່ງກ່າວ ໄປດຳເນີນການແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍ; ພາ ຫະນະທີ່ນຳເຂົ້າບໍ່ຖືກຕ້ອງ ໝາຍເຖິງ ພາຫະນະທີ່ນຳເຂົ້າ, ຫລົບຫລີກ ຫລື ໜີພາສີ ທີ່ບໍ່ມີໜັງສືອະນຸຍາດນຳເຂົ້າ ແລະ ບໍ່ໄດ້ປະຕິບັດພັນທະເສຍພາສີອາກອນໃຫ້ລັດ

ແລ້ວນຳໄປແລກປ່ຽນຊື້-ຂາຍ, ນຳໃຊ້ເອກະສານປອມ ແລະ ຕິດປ້າຍທະບຽນປອມ; ໃຫ້ຜູ້ຄອບຄອງພາຫະນະປະເພດຕ່າງໆ ທີ່ນຳເຂົ້າ ແລະ ນຳໃຊ້ບໍ່ຖືກຕ້ອງ ເຊິ່ງມີການຊື້-ຂາຍ, ການນຳໃຊ້ທະບຽນ, ປ້າຍພາຫະນະທີ່ຍັງບໍ່ທັນໄດ້ເສຍພາສີອາກອນ ແມ່ນໃຫ້ຕື່ນຕົວ, ສະໝັກໃຈ ແລະ ຈິງໃຈນຳເອົາເອກະສານ ມາແຈ້ງຕໍ່ຄະນະກຳມະການຊ່ວຍວຽກຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອດຳເນີນການແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍ ນັບແຕ່ວັນທີ 20 ຕຸລາ 2021 ຫາ ວັນທີ 20 ມັງກອນ 2022 ຖ້າຫາກມາແຈ້ງຕາມໄລຍະເວລາດັ່ງກ່າວແມ່ນຈະພິຈາລະ ນາ ໃຫ້ເສຍພາສີ-ອາກອນ

ຕາມລະບຽບທົ່ວໄປ ແລະ ຈະບໍ່ຖືກປັບໄໝ; ຖ້າຜູ້ທີ່ຄອບຄອງ ຍານພາຫະນະປະເພດຕ່າງໆທີ່ນຳເຂົ້າ ແລະ ນຳໃຊ້ບໍ່ຖືກຕ້ອງ ຫາກບໍ່ນຳເອົາເອກະສານ ແລະ ພາຫະນະຕົວຈິງມາແຈ້ງ ຕໍ່ຄະນະກຳມະການ ຈັດຕັ້ງປະຕິບັດຊ່ວຍວຽກຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມກຳນົດເວລາທີ່ກ່າວມາໃນຂ້າງເທິ່ງ ຈະຖືກນຳເດີນການຕາມຂັ້ນຕອນຂອງກົດໝາຍ ແລະ ຖ້າກວດພົບຈະຖືກຢຶດເປັນຊັບສິນຂອງລັດ ຕາມທີ່ກຳນົດໄວ້ໃນກົດໝາຍ.

ມອບໃຫ້ກະຊວງການເງິນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງຜັນຂະຫຍາຍຄຳສັ່ງສະບັບນີ້; ມອບໃຫ້ ກະຊວງການເງິນ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ, ແຕ່ງຕັ້ງຄະນະກຳມະການຊີ້ນຳລວມ, ຄະນະກຳມະການຊ່ວຍວຽກເພື່ອດຳເນີນການກວດກາ; ມອບໃຫ້ ບັນກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເປັນເຈົ້າການຈັດຕັ້ງເຜີຍແຜ່ຄຳສັ່ງສະບັບນີ້;

ງົບປະມານທີ່ຮັບໃຊ້ເຂົ້າໃນການເຄື່ອນໄຫວດຳເນີນການແກ້ໄຂການນຳເຂົ້າ ແລະ ນຳໃຊ້ພາຫະນະບໍ່ຖືກຕ້ອງ ເປັນຕົ້ນ ຄ່າບໍລິການໂຄສະນາຜ່ານສື່, ຄ່າບໍລິການແຫລ່ງຂ່າວ, ຄ່າປົກປັກຮັກສາ, ຄ່າພິສູດຫລັກຖານດ້ານນິຕິວິທະຍາ ແລະ ດ້ານອື່ນໆ ທີ່ເກີດຂຶ້ນແມ່ນໃຫ້ກະຊວງການເງິນ ຄົ້ນຄວ້າຮັບຜິດຊອບ; ໃນໄລຍະປະຕິບັດຄຳສັ່ງສະບັບນີ້ ຫາກມີຂໍ້ຫຍຸ້ງຍາກໃຫ້ລາຍງານຕໍ່ທ່ານ ນາຍົກລັດຖະມົນຕີ ໂດຍຜ່ານກະຊວງການເງິນ ຫລື ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ;.

ບັນດາຄຳສັ່ງ, ແຈ້ງການ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງທີ່ໄດ້ອອກໃນໄລຍະຜ່ານມາ ເຊິ່ງມີເນື້ອໃນຂັດກັບຄຳສັ່ງສະບັບນີ້ ລ້ວນແຕ່ຖືກລົບລ້າງ.

ຂ່າວ: ສຸກສະຫວັດ ສົມສະໜິດ

Related Posts

Leave a Reply

Your email address will not be published. Required fields are marked *