Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ວັນທີ່ 04/11/2021 ທີ່ຜ່ານມາເກີດເຫດມີຄົນ ແ ທ ງ ຕົ ວ ເອງໄດ້ຮັບບາດເຈັບຢູ່ໃນເຮືອນ
ໜ່ວຍກູ້ໄພໄດ້ເຂົ້າຊ່ວຍເຫຼືອເບື້ອງຕົ້ນພົບວ່າ ທ້າວ ຈູນ ອາຍຸ27ປີ ຈາກການໃຫ້ການຂອງແມ່ເມຍທ້າວ ຈູນ ວ່າ: ເຫັນລູກເຂີຍກັບມາຈາກເຮືອນໝູ່ ມາຮອດມີລັກສະນະອາການເມົາ ແລະຫີ້ວຊີນໝູມານຳ
ຕົນເລີຍເຂົ້າໄປຖາມວ່າຈະເຮັດຫຍັງ ລູກເຂີຍຕອບວ່າຈະທອດຊີ້ນໝູໃຫ້ເມຍກິນແບບພ້ອມໜ້າພ້ອມຕາ ຕົນເລີຍຕອບວ່າບໍ່ຖ້າເຮັດດອກພວກເຮົາກິນເຂົ້າໝົດແລ້ວ. ລູກເຂີຍກໍ່ໄດ້ເຮັດໜ້າບໍ່ພໍໃຈຕົນເລີຍຂຶ້ນໄປນອນ ປະມານ 10ນາທີ ໄດ້ຍິນສຽງລູກເຂີຍໂ ວ ຍ ວ າ ຍຈຶ່ງລົງມາເບິ່ງ ເຫັນລູກເຂີຍໃຊ້ ມີ ດ ແ.ທງ ໂ ຕ ເອງແລ້ວຕົນຈຶ່ງຮີບໄປຫ້າມ.
ສ່ວນນາງ ວະນິດາ ອາຍຸ 25ປີ ພັນລະຍາຂອງ ທ້າວ ຈູນ ບອກວ່າ ຕົນໄດ້ຂຶ້ນໄປນອນກ່ອນແລ້ວ ຫຼັງຈາກສາມີກັບມາຮອດເຮືອນໄດ້ຂຶ້ນໄປກະຊິບໃສ່ຫູວ່າ “ຈະທອດໝູແຊບໆໃຫ້ກິນ ມີນ້ຳເຕົາຮູ່ແດ່ເດີທີ່ຮັກ”ແຕ່ຕົນມາອາການເຈັບຫົວຈຶ່ງບອກໄປວ່າກິນເຂົ້າແລ້ວ ແລະ ຮູ້ສຶກເຈັບຫົວແດ່ບໍ່ຕ້ອງທອດກໍ່ໄດ້ ອຕ່ສາມີພະຍາຍາມຊູຊີ ຕົນເລີຍໃຈຮ້າຍຮ້ອງໃສ່ໄປວ່າ “ບໍ່ກິນ ບໍ່ເຂົ້າໃຈຫວາ?”
ສາມີກະຕອບກັບມາດ້ວຍນ້ຳສຽງບໍ່ດີປານໃດແລ້ວກໍ່ຍ່າງລົງໄປ ກ່ອນພໍ່ກັບແມ່ຈະຮ້ອງໃຫ້ໄປເບິ່ງສາມີກຳລັງກໍ່ເຫດ.ເຫດການນີ້ເກີດຂຶ້ນທີ່ປະເທດໄທ