ງູຜິດແທ້ໆ! “ກໍ່ເຫດລັກແຫວນເພັດ ແລະ ສາຍຄໍຄຳ ຄົນຮັກແພງກັນ ຫຼົບໜີໄດ້ພຽງ 2 ມື້ ກ່ອນຖືກຈັບ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ງູຜິດແທ້ໆ! “ກໍ່ເຫດລັກແຫວນເພັດ ແລະ ສາຍຄໍຄຳ ຄົນຮັກແພງກັນ ຫຼົບໜີໄດ້ພຽງ 2 ມື້ ກ່ອນຖືກຈັບ

“ໃນວັນທີ 5 ພະຈິກ 2021 ເຈົ້າໜ້າທີ່ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມວ່າ: ມີເຫດການປີນເຂົ້າເຮືອນຂອງຕົນແລ້ວລັກເອົາຊັບສິນຈຳນວນໜື່ງໄປ ຢູ່ເຂດບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ພັທ ຄຳປ່ຽນ ອຸດົມວິໄລ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນວ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ

ຈື່ງໄດ້ສົມທົບກັບ ປກສ ກຸ່ມສີໄຄ ແລະ ການຈັດຕັ້ງບ້ານດັ່ງກ່າວ ລົງກວດກາສະຖານທີ່ເກີດເຫດພົບ ເຫັນຂໍ້ມູນຫຼັກຖານຊີ້ໃຫ້ເຫັນຜູ້ລົງມືກໍ່ເຫດລັກຊັບ ຊື່ທ້າວ ອຸໄລ ຫຼື ຜິງ ອາຍຸ 25 ປີ ເປັນຄົນບ້ານດຽວກັນ ເຈົ້າໜ້າທີ່ຈຶ່ງໄດ້ສືບຄົ້ນຫາ, ຕົກມາຮອດວັນທີ 6 ພະຈິກ 2021 ຈິ່ງກັກຕົວຜູ້ກ່ຽວມາສອບສວນຂະຫຍາຍຜົນ.

ຜ່ານການສອບສວນ ທ້າວ ອຸໄລ ຫຼື ຜິງ ໄດ້ໃຫ້ການຮັບສາລະພາບວ່າ: ໃນວັນທີ 4 ພະຈິກ 2021 ຕົນເອງໄດ້ປີນຂຶ້ນໄປລັກເອົາສາຍຄໍຄຳໜັກ 3 ບາດ ແລະ ແຫວນເພັດ 1 ວົງ ຢູ່ບ່ອນນອນຂອງທ້າວໂດ້

ເຊິ່ງເປັນຄົນຮັກແພງກັນ ເພາະຕົນຮູ້ວ່າທ້າວໂດ້ ແລະ ເມຍຂອງລາວບໍ່ຢູ່ເຮືອນ ພາຍຫຼັງໄດ້ສາຍຄໍຄຳ ແລະ ແຫວນເພັດ ຕົນໄດ້ນຳເອົາສາຍຄໍຄຳນ້ຳໜັກ 3 ບາດ ໄປຂາຍຢູ່ຕະຫຼາດສີໄຄ ໄດ້ເງິນ 28.000.000 ກີບ ແລ້ວນໍາເງິນຈໍານວນດັ່ງກ່າວໄປຊື້ລົດຈັກ ແລະ ໂທລະສັບ ສ່ວນແຫວນເພັດແມ່ນເກັບຮັກສາໄວ້.

ປັດຈຸບັນ ເຈົ້າໜ້າທີ່ໄດ້ສົ່ງຕົວ ທ້າວ ອຸໄທ ໄປກັກກັນຢູ່ສູນກັກກັນ ເພື່ອກັ່ນກອງຫາເຊື້ອພະຍາດໂຄວິດ-19 ເມື່ອຄົບກໍານົດ 14 ວັນຈຶ່ງສືບຕໍ່ນໍາຕົວຜູ້ກ່ຽວມາດຳເນີນຄະດີ.

Related Posts

Leave a Reply

Your email address will not be published. Required fields are marked *