Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ພະຍາດຊີກາລະບາດໜັກໃນອິນເດຍຕິດເຊື້ອເກືອບຮ້ອຍຄົນ
ສຳນັກຂ່າວ ຣອຍເຕີ ລາຍງານ ຈາກເມືອງ ລັດເນົາ ປະເທດ ອິນເດຍ ເມື່ອວັນທີ 8 ພະຈິກວ່າ: ພະຍາດ ຊີກາ ZiKa ເລີ່ມລະບາດ ຢ່າງໜັກ ໃນເມືອງ ຄັນປູຣ ລັດອຸດຕະປະເທດ ທາງພາກເໜືອ ຂອງ ອິນເດຍ

ໂດຍເຈົ້າໜ້າທີ່ ກວດພົບ ຜູ້ຕິດເຊື້ອແລ້ວ ຢ່າງໜ້ອຍ 89 ຄົນ ໃນນັ້ນ ລວມມີ ເດັກນ້ອຍ 17 ຄົນ. ພະຍາດ ຊີກາ ຊຶ່ງມີ ຍຸງ ເປັນພາຫະນະ ນຳເຊື້ອ
ພົບຄັ້ງທຳອິດ ເມື່ອປີ 1947 ແລະ ເກີດການ ແພ່ລະບາດ ຄັ້ງໃຫຍ່ ໃນປະເທດ ບຣາຊິນ ເມື່ອປີ 2015 ເຮັດໃຫ້ເດັກນ້ອຍ ເກີດໃໝ່ ເກີດມາ ພິການ ຫົວນ້ອຍ ຜິດປົກກະຕິ ແລະ ສະໝອງ ພັດທະນາຊ້າ
ທ່ານ ເນປາລ ຊິງ ຜູ້ອຳນວຍການ ສຳນັກງານ ສາທາລະນະສຸກ ເມືອງ ຄັນປູຣ ເປີດເຜີຍວ່າ: ຈຳນວນ ຜູ້ຕິດເຊື້ອ ພະຍາດ ຊີກາ ໃນເມືອງ ຄັນປູຣ ພວມເພີ່ມສູງຂຶ້ນ
