Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ອົງການອະນາໄມໂລກເຕືອນ 5 ສິ່ງທີ່ຄວນເຮັດ ເຖິງແມ່ນຈະໄດ້ຮັບວັກຊີນແລ້ວ !
ຂ່າວຕ່າງປະເທດລາຍງາຍ ວັນທີ 7 ພະຈິກຜ່ານມາ, ອົງການອະນາໄມໂລກເຕືອນ 5 ສິ່ງທີ່ຄວນປະຕິບັດເຖິງແມ່ນຈະໄດ້ຮັບການສັກວັກຊິນຕ້ານໂຄວິດ-19 ແລ້ວ, ໂດຍຊີ້ໃຫ້ເຫັນວ່າ ບໍ່ມີວັກຊີນໃດປ້ອງກັນເຊື້ອໄດ້ 100%.
ຜູ້ສື່ຂ່າວລາຍງານວ່າ: ໃນເຟສບຸກ, ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ຂໍ້ມູນກ່ຽວກັບສິ່ງທີ່ຄວນປະຕິບັດ ເຖິງວ່າຈະມີການສັກຢາປ້ອງກັນ ໂຄວິດ-19 ແລ້ວກໍຕາມດັ່ງນີ້:
- ຮັກສາໄລຍະຫ່າງທີ່ປອດໄພ(keep a safe distance).
- ໃສ່ໜ້າກາກອະນາໄມ(wear a mask ).
- ໄອ ຫຼື ຈາມ ໃຊ້ຂໍ້ສອກ ໂດຍຍົກສອກຂຶ້ນມາປິດປາກໄວ້ (cough or sneeze into your elbow).
- ເປີດປ່ອງຢ້ຽມເພື່ອລະບາຍອາກາດ (open windows).
- ລ້າງມືໃຫ້ສະອາດມື(clean your hands)
WHO ກ່າວວ່າ ການປະຕິບັດຄືດັ່ງກ່າວ ຈະສາມາດຫຼີກລ່ຽງການແຜ່ເຊື້ອຈາກຕົວເຮົາໄປຫາຜູ້ອື່ນໄດ້. ເນື່ອງຈາກວ່າບໍ່ແມ່ນທຸກຄົນທີ່ຈະໄດ້ຮັບການສັກວັກຊິນ ແລະ ບໍ່ມີຢາວັກຊິນໃດທີ່ສາມາດປ້ອງກັນການຕິດເຊື້ອໄດ້ 100%,
ສະນັ້ນ ຈົ່ງເອົາໃຈໃສ່ປະຕິບັດເພື່ອປ້ອງກັນຜູ້ອື່ນ ແລະ ຢຸດການແຜ່ເຊື້ອໄວຣັດ ໂຄວິດ-19.
ປະຊາຊົນ