ທ່ານນາຍົກຊີ້ ຕ້ອງການວິຊາການປະເພດທີ່ 1 ທີ່ເຮັດແທ້ທຳຈິງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພະນະທ່ານ ພັນຄຳ ວິພາວັນ ໄດ້ໃຫ້ຄຳແນະນຳຊີ້ແຈງຕໍ່ ສສຊ ໃນວາລະການດໍາເນີນ ກອງປະຊຸມສະໄຫມສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຂອງວັນທີ 5 ພະຈິກ 2021 ທີ່ຜ່ານມາ.

ແລະ ໜື່ງໃນຫົວຂໍ້ທີ່ທ່ານໄດ້ເວົ້າແມ່ນ ເປັນຄວາມຈິງຂອງສັງຄົມລາວ ແລະ ປະເທດອື່ນໆກໍ່ອາດຈະມີບັນຫາຫຍໍ້ທໍ້ໃນການເຮັດວຽກຫ້ອງການໃດໜື່ງເຊັ້ນກັນ ດັ່ງນີ້:

ຈະມີ 3 ປະເພດ ຂອງນັກວິຊາການໃນຫ້ອງການ

ກຸ່ມທີໜື່ງ ແມ່ນ: ມີຄວາມຕັ້ງໃຈຢາກເຮັດແທ້ທໍາຈິງ, ຕັ້ງໃຈສ້າງສາ ຕັ້ງໃຈເຮັດວຽກ ທຸ່ມເທ ສະເຫນີແນວຄິດ ແລະ ລົງມືປະຕິບັດ.

ກຸ່ມທີສອງແມ່ນ: ເຮັດວຽກເຄິ່ງໆກາງໆແລ້ວແຕ່ຊິໄປ, ເຮັດພໍແຕ່ແລ້ວໆໄປວັນໆ ພະນັກງານປະເພດນີ້ມີແຕ່ 70%

ແລະກຸ່ມສຸດທ້າຍ ກຸ່ມທີສາມແມ່ນ: ມີແຕ່ຕ້ານ ເປັນກຸ່ມທີ່ເສຍຜົນປະໂຫຍດ ບໍ່ມີແນວຄິດປ່ຽນແປງໃຫມ່

ຕາມຄວາມເຂົ້າໃຈຂອງຜູ້ຂຽນຂ່າວແມ່ນເຫັນໄດ້ເຖິງ ຄວາມເປັນຫ່ວງຂອງເພິ່ນ ແລະບັນຫາໃນສັງຄົມການເຮັດວຽກຫ້ອງການທີ່ປາດສະຈາກບໍ່ໄດ້.

ແຕ່ການທີ່ ພະນະທ່ານ ໄດ້ເວົ້າ ແມ່ນເພື່ອກະຕຸ້ນໃຫ້ບັນດາວິຊາການໄດ້ທົບທວນການເຮັດວຽກຂອງໂຕເອງ ເພື່ອຈະໃຫ້ ສາມາດ ປ່ຽນໂຕເອງຈາກທີ່ຄິດວ່າໂຕເອງຢູ່ກຸ່ມທີສອງ ແລະທີສາມ ໃຫ້ຍັບຂື້ນໄປຢູ່ໃນກຸ່ມທີ່ໜຶ່ງໃຫ້ໄດ້.

ຂ່ສວຈາກ: TargetMagazine

Related Posts

Leave a Reply

Your email address will not be published. Required fields are marked *