ອະນຸຍາດແລ້ວ! ຜູ້ຕິດໂຄວິດສາມາດໃຫ້ປິ່ນປົວຢູ່ເຮືອນໄດ້ ໂດຍມີການສົມທົບກັບທິມແພດພິເສດ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ອະນຸຍາດແລ້ວ! ຜູ້ຕິດໂຄວິດສາມາດໃຫ້ປິ່ນປົວຢູ່ເຮືອນໄດ້ ໂດຍມີການສົມທົບກັບທິມແພດພິເສດ

ອີງຕາມຖະແຫຼງຂ່າວ ປະຈຳວັນທີ 12 ພະຈິກ 2021 ຂອງຄະນະສະເພາະກິດ ໄດ້ແຈ້ງວ່າ: ໃນສະພາບທີ່ການຕິດເຊື້ອຍັງມີຫຼາຍຕໍ່ເນື່ອງເຊັ່ນນີ້ ເພື່ອຫຼີກເວັ້ນການຮັບປິ່ນປົວຄົນເຈັບໃນໂຮງໝໍຂັ້ນຕ່າງໆ ຈົນແອອັດ ແລະ ບໍ່ມີຕຽງເຫຼືອສໍາລັບຜູ້ຕິດເຊື້ອມີອາການຮຸນແຮງ ຫຼື ຄົນພິເສດອື່ນ, ຄະນະສະເພາະກິດ ກະຊວງສາທາລະນະສຸກ ໄດ້ກໍານົດແນວທາງການປິ່ນປົວຄືນໃໝ່

ໂດຍພິຈາລະນາ ອີງໃສ່ປະເພດຄົນຕິດເຊື້ອໂຄວິດ-19 ເຊັ່ນ: ກຸ່ມທີ່ຕິດເຊື້ອບໍ່ມີອາການ, ກຸ່ມຕິດເຊື້ອມີອາການເບົາບາງ, ແລະ ກຸ່ມທີ່ມີອາການຮຸນແຮງເຖິງຂັ້ນວິກິດ. ທິດທາງການປິ່ນປົວໃໝ່ ແມ່ນແນໃສ່ ສະຫງວນຕຽງໃນໂຮງໝໍທີ່ມີເງື່ອນໄຂ ໄວ້ສໍາລັບຄົນເຈັບທີ່ມີອາການຮ້າຍແຮງ ເພື່ອປິ່ນປົວແບບວິກິດ,

ສໍາລັບຄົນເຈັບຕິດເຊື້ອ ແຕ່ຍັງແຂງແຮງດີ ບໍ່ມີອາການຫຍັງ ແມ່ນອະນຸຍາດໃຫ້ປິ່ນປົວຢູ່ເຮືອນໄດ້. ກະຊວງສາທາ ໄດ້ສ້າງທິມແພດພິເສດ ເພື່ອດູແລຄົນຕິດເຊື້ອທີ່ປີ່ນປົວຢູ່ເຮືອນ ຜ່ານການຕິດຕໍ່ທາງໂທລະສັບຜ່ານສາຍດ່ວນ 164 ຊື່ງເປັນສາຍດ່ວນສະເພາະ ເພື່ອຕິດຕາມ ແລະ ໃຫ້ຂໍ້ແນະນໍາແກ່ຄົນເຈັບທີ່ປິ່ນປົວຕົນເອງຢູ່ເຮືອນຕາມຄວາມຕ້ອງການ

ຕໍ່ແນວທາງການປິ່ນປົວໃໝ່ນີ້ ເງື່ອນໄຂຕົ້ນຕໍຂອງຄອບຄົວ ເພື່ອກຽມພ້ອມປິ່ນປົວຄົນຕິດເຊື້ອຢູ່ເຮືອນປະກອບມີ: ມີຫ້ອງສໍາລັບແຍກປ່ຽວຄົນຕິດເຊື້ອ, ມີຄົນດູແລໄດ້ຕະຫຼອດ 14 ວັນທີ່ແຍກປ່ຽວ, ມີຄວາມສາມາດສື່ສານຕິດຕໍ່ຫາທິມແພດເພື່ອລາຍງານສະພາບ ແລະ ເມື່ອຕ້ອງການການຊ່ວຍເຫຼືອພ້ອມທັງບໍ່ມີປັດໃຈສ່ຽງອື່ນທີ່ເປັນຂໍ້ຫ້າມ.

ໃນລາຍລະອຽດ ກ່ຽວກັບເງື່ອນໄຂອື່ນໆ ແລະ ຜູ້ປິ່ນປົວຢູ່ເຮືອນຕ້ອງຕິດຕາມຕົນເອງແນວໃດ ແລະ ປິ່ນປົວແນວໃດນັ້ນ ແມ່ນໃຫ້ຕິດຕາມໃນລາຍການສໍາພາດລະອຽດຂອງສູນສື່ສານການແພດສຸກຂະສຶກສາ ເພື່ອເຂົ້າໃຈໃຫ້ເລິກເຊິ່ງ ແລະ ລະອຽດ

ຂ່າວຈາກ! InsideLaos

Related Posts

Leave a Reply

Your email address will not be published. Required fields are marked *