“ບຸກຈັບເປົ້າໝາຍລັກລົດຈັກ ພ້ອມຂອງກາງ 4 ຄັນ”

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


“ບຸກຈັບເປົ້າໝາຍລັກລົດຈັກ ພ້ອມຂອງກາງ 4 ຄັນ”

ທ້າວ ທອງຄໍາ ອາຍຸ 35 ປີ ຢູ່ບ້ານນານ້ອຍ ເມືອງໜອງບົກ ແຂວງຄໍາມ່ວນ, ພັກເຊົາຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນວ ຖືກເຈົ້າໜ້າຖືກຈັບຕົວໄດ້ ຢູ່ຫ້ອງເຊົ່າ ພ້ອມຂອງກາງລົດຈັກ 4 ຄັນ ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ, ສ່ວນຜູ້ຕ້ອງຫາອີກ 1 ຄົນແມ່ນໄດ້ເອົາຕົວຫຼົບໜີ.

ພັທ ໜູໄກ ອ່ອນມະນີວົງ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງໄຊເສດຖາ ນວ ໃຫ້ຮູ້ວ່າ: ວັນທີ 10 ພະຈິກ 2021 ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ 2 ຄົນ ພັກເຊົາຢູ່ບ້ານສົມສະຫງ່າ ເມືອງໄຊເສດຖາ ນວ ວ່າ:

ມີຄົນມາລັກລົດຈັກຂອງຕົນ ຈໍານວນ 2 ຄັນ, ຮອນດ້າ ເວບ 100 ສີແດງ-ດໍາ, ໝາຍເລກທະບຽນ ດອ 9781 ກຳແພງນະຄອນ ແລະ ຮອນດ້າ ເວບ 100 ສີຂຽວ-ດໍາ ກຳແພງນະຄອນ ຈອດໄວ້ຢູ່ຄອກລົດຫ້ອງເຊົ່າ.

ສະນັ້ນ, ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ຈຶ່ງສົມທົບກັບ ສນ 1191 ບ້ານດຸງ ແລະ ພາກສ່ວນກ່ຽວຂ້ອງ ລົງຕິດຕາມເປົ້າໝາຍ ສືບຮູ້ໄດ້ວ່າ ຜູ້ກໍ່ເຫດລັກລົດຈັກແມ່ນ ທ້າວ ທອງຄໍາ ພັກເຊົາຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນວ, ເຈົ້າໜ້າຈຶ່ງໄດ້ຈັບຕົວຜູ້ກ່ຽວ ພ້ອມທັງເກັບກູ້ຂອງກາງລົດຈັກ 4 ຄັນ ມາໄວ້ຢູ່ ປກສ ເມືອງໄຊເສດຖາ ນວ ເພື່ອສືບສວນ-ສອບສວນ.

ຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ກຳລັງດໍາເນີນການ ສືບສວນ-ສອບສວນ ເປີດກ້ວາງຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.

ທີ່ມາ ທັນເຫດການ

Related Posts

Leave a Reply

Your email address will not be published. Required fields are marked *